07/04/2025
ໃນວັນທີ 1 ເມສາ 2025 ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ຈັດຕັ້ງເຜີຍແຜ່ເອກະສານ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ສູນທອນພົດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ທີ່ກ່າວໃນພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ມະຕິກອງປະຊຸມ ຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ໂດຍການເຜີຍແຜ່ຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັັັັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການກຳເນີດ ແລະ ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 70 ປີ ຜ່ານມາ, ພ້ອມທັງ ຍົກໃຫ້ເຫັນຜົນສຳເລັດຂອງ ກອງປະຊຸມຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ຊຶ່ງໄດ້ດຳເນີນມາແຕ່ວັນທີ 24-25 ກຸມພາ 2025 ຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ, ກົງໄປກົງມາ ແລະ ຕົກລົງຫຼາຍບັນຫາສຳຄັນ ເປັນຕົ້ນ ແມ່ນການປັບປຸງລັດຖະທຳມະນູນ ສະບັບປີ 2025, ການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ການສ້າງຕັ້ງອົງການປົກຄອງຕາແສງ ແລະ ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ. ພ້ອມນີ້, ສະຫາຍ ນາງ ເຂັມມະນີ ພົນເສນາ ຍັງໄດ້ຍົກໃຫ້ເຫັນ ບາງເນື້ອໃນສຳຄັນ ຂອງສູນທອນພົດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ທີ່ກ່າວໃນພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ຕື່ມອີກ.
ການເຜີຍແຜ່ເອກະສານໃນຄັ້ງນີ້ ແມ່ນເພື່ອໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສຳນັກງານປະທານປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈ ທາດແທ້ມູນເຊື້ອອັນດີງາມຂອງພັກ, ທັງເປັນການສັນລະເສີນຄຸນງາມຄວາມດີ ຂອງບັນພະບູລຸດຜູ້ທີ່ເສຍສະລະຊີວິດ ເພື່ອຊາດເພື່ອປະຊາຊົນ ແລະ ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່ ແລະ ໃຫ້ເຫັນປະຫວັດມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ ປປ ລາວ ຕະຫລອດ 70 ປີຜ່ານມາ.

