25/10/2024
ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ອາແຊັກໄບຊານ ທີ່ໄດ້ຮັບການພັດທະນາເປັນກ້າວໆ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1995 ເປັນຕົ້ນມາ ໂດຍໄດ້ມີການແລກປ່ຽນ ການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງ ແລະ ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ສອງຝ່າຍ ຢືນຢັນຄວາມມຸ່ງໝັ້ນ ໃນການເສີມຂະຫຍາຍການພົວພັນ ລະຫວ່າງສອງປະເທດ ໃຫ້ນັບມື້ກວ້າງຂວາງ ແລະ ແໜ້ນແຟ້ນ ໂດຍສະເພາະໂອກາດ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ທີ່ຈະມາເຖິງນີ້ ຈະໄດ້ຮ່ວມກັນແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບ ການເສີມຂະຫຍາຍການພົວພັນຮ່ວມມື ດ້ານເສດຖະກິດ-ສັງຄົມ ແລະ ເປັນເອກະພາບກັນ ໃຫ້ມີການສ້າງຕັ້ງກົນໄກປຶກສາຫາລື ແລະ ຮ່ວມມື ທາງດ້ານເສດຖະກິດ-ສັງຄົມ ລະຫວ່າງສອງປະເທດ ໃນຕໍ່ໜ້າ ເພື່ອສົ່ງເສີມການຄ້າ, ການລົງທຶນ, ການສຶກສາ, ພະລັງງານ, ການທ່ອງທ່ຽວ ແລະ ດ້ານອື່ນໆ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ ປະທານາທິບໍດີ ແຫ່ງ ສ ອາແຊັກໄບຊານ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດທີ່ສະດວກ ແລະ ເໝາະສົມ ເຊິ່ງ ທ່ານ ປະທານາທິບໍດີ ແຫ່ງ ສ ອາແຊັກໄບຊານ ກໍໄດ້ຕອບຮັບ ການເຊື້ອເຊີນດັ່ງກ່າວ.