25/10/2024
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງ ພັດທະນາໃນເຂດໂລກໃຕ້ ຫລື BRICS Plus/Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better World Together) ໂດຍການເປັນປະທານ ຂອງ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ.
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ຫລື BRICS Plus/Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better World Together) ໂດຍການເປັນປະທານ ຂອງ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 16 ໃນວັນທີ 22-24 ຕຸລາ 2024.
ກອງປະຊຸມຄັ້ງນີ້, ເພື່ອສ້າງແຮງຊຸກຍູ້ ໃຫ້ແກ່ບັນດາປະເທດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ແນໃສ່ການແກ້ໄຂບັນຫາຕົວຈິງຂອງພາກພື້ນ ກໍຄື ທົ່ວໂລກ ລວມທັງການສ້າງຄວາມເຂັ້ມແຂງ ແລະ ຄວາມພະຍາຍາມຮ່ວມກັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ສ້າງລະບຽບໂລກ ທີ່ມີຄວາມເທົ່າທຽມ, ຍຸຕິທຳ ແລະ ເປັນປະຊາທິປະໄຕ. ກອງປະຊຸມສຸດຍອດດັ່ງກ່າວ, ມີຂັ້ນປະມຸກລັດ ແລະ ຫົວໜ້າລັດຖະບານ ຈາກ 25 ປະເທດ ໃນຈໍານວນ 36 ປະເທດທີ່ຖືກເຊີນ ແລະ 2 ອົງການຈັດຕັ້ງສາກົນ ຄື: ອົງການສະຫະປະຊາຊາດ ແລະ ທະນາຄານພັດທະນາໃໝ່ (New Development Bank) ເຂົ້າຮ່ວມ.
ໂອກາດນີ້, ທ່ານ ປະທານປະເທດ ໄດ້ມີຄຳເຫັນ ຕໍ່ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນວ່າ: ສປປ ລາວ ໃຫ້ຄວາມສໍາຄັນຕໍ່ການຮ່ວມມືຫຼາຍຝ່າຍ ເພື່ອການພັດທະນາແບບຍືນຍົງ ແລະ ການສົ່ງເສີມການຮ່ວມມືກັບ ບັນດາປະເທດໃນພາກພື້ນ ແລະ ໃນໂລກ ໂດຍຍຶດຖືຫຼັກການ ການຮ່ວມມືຫຼາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງເທົ່າທຽມ. ພ້ອມນີ້, ຍັງໄດ້ຕີລາຄາເຖິງຄວາມສຳຄັນຂອງ ກຸ່ມ BRICS ຊຶ່ງເປັນກົນໄກການຮ່ວມມືໜຶ່ງ ທີ່ເຂັ້ມແຂງ, ມີບົດບາດ ແລະ ອິດທິພົນ ໃນເວທີສາກົນ, ພ້ອມທັງໄດ້ສະເໜີຕໍ່ ກຸ່ມ BRICS ເພື່ອເພີ່ມບົດບາດຂອງຕົນ ໃນການຂັບເຄື່ອນໂລກ ໃຫ້ເກີດການພັດທະນາຢ່າງເທົ່າທຽມ ໄປຄຽງຄູ່ກັບການຍົກສູງ ການຮ່ວມມື ໃນລະດັບຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ແລະ ເອົາໃຈໃສ່ສືບຕໍ່ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໂດຍສະເພາະ ຊ່ວຍເຫຼືອປະເທດ ໃນພາກພື້ນເຂດໂລກໃຕ້ ລວມທັງເປີດກວ້າງການຮ່ວມມື ໃນບັນດາຂົງເຂດບຸລິມະສິດ ເຊັ່ນ: ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຈອດ, ການຫັນເປັນດີິຈິຕອນ, ພະລັງງານສະອາດ, ສິນເຊື່ອກາກບອນ, ການສຶກສາ ແລະ ການພັດທະນາ ຊັບພະຍາກອນມະນຸດ ໃຫ້ນັບມື້ນັບກວ້າງຂວາງ ແລະ ເຂົ້າສູ່ລວງເລິກ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ ການຈັດຕັ້ງປະຕິບັດ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ໃຫ້ປະກົດຜົນເປັນຮູບປະທໍາ ໂດຍບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ. ໃນໂອກາດ ກອງປະຊຸມສຸດຍອດ BRICS ຄັ້ງນີ້, ສປປ ລາວ ຍັງໄດ້ສະແດງເຈດຈຳນົງ ໃນການສະໝັກເຂົ້າເປັນສະມາຊິກຂອງກຸ່ມ BRICS ເພື່ອສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ຮ່ວມກັບບັນດາປະເທດສະມາຊິກ.
ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ, ທ່ານ ປະທານາທິບໍດີກາຊັກສະຖານ, ທ່ານ ປະທານາທິບໍດີ ອາແຊັກໄບຊານ, ທ່ານ ນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ບັນດາປະເທດສະມາຊິກກຸ່ມ BRICS ເພື່ອສືບຕໍ່ຍົກລະດັບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
ກອງປະຊຸມສຸດຍອດປະເທດກຸ່ມ BRICS ແມ່ນຈັດຂຶ້ນເປັນປະຈໍາທຸກປີ ເຊິ່ງເລີ່ມມາແຕ່ປີ 2009, ກອງປະຊຸມຄັ້ງຜ່ານມາ ແມ່ນຄັ້ງທີ 15 ຈັດຂຶ້ນຢູ່ ປະເທດອາຟຣິກາໃຕ້. ປັດຈຸບັນ, ກຸ່ມ BRICS ປະກອບດ້ວຍ ສະມາຊິກ 9 ປະເທດ ຄື: ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ, ອາຟຣິກາໃຕ້, ເອຢິບ, ເອທິໂອປີ, ອີຣານ ແລະ ສະຫະນະຄອນອາເມຣັດອາຣັບ ແລະ ມີອີກຫຼາຍກວ່າ 45 ປະເທດ ທີ່ສະແດງເຈດຈຳນົງໃນການເຂົ້າຮ່ວມກຸ່ມດັ່ງກ່າວ. ສຳລັບ ກອງປະຊຸມສຸດຍອດ ກຸ່ມ BRICS ຄັ້ງທີ 17 ຈະຈັດຂຶ້ນຢູ່ ປະເທດບຣາຊິນ.