14/10/2024
![ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ນາຍົກລັດຖະມົນຕີ ສິງກະໂປ](/po22/backend/web/images/download/Content_2025010309015215.jpg)
ໃນວັນທີ 12 ຕຸລາ 2024, ທີ່ ທຳນຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ລໍເຣັນສ໌ ວອງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢູ່ ນະຄອນຫລວງວຽງຈັນ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ລໍເຣັນສ໌ ວອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ນາຍົກລັດຖະມົນຕີ ຄົນທີ 4 ແຫ່ງ ສ ສິງກະໂປ ໃນເດືອນພຶດສະພາ ຜ່ານມາ, ຊຶ່ງສະແດງໃຫ້ເຫັນເຖິງ ຄວາມເຊື່ອໝັ້ນຕໍ່ຄວາມຮູ້ ຄວາມສາມາດ ແລະ ວິໄສທັດອັນກວ້າງໄກ ໃນການສືບຕໍ່ບໍລິຫານ ແລະ ນໍາພາປະເທດ. ພ້ອມທັງ, ໄດ້ຕີລາຄາສູງຕໍ່ການຢ້ຽມຢາມທາງການ ສປປ ລາວ ຄັ້ງນີ້ ຊຶ່ງມີຂຶ້ນໃນທ່າມກາງທີ່ສອງປະເທດ ກຳລັງສະເຫຼີມສະຫຼອງ ສາຍພົວພັນການທູດ ຄົບຮອບ 50 ປີ ປະກອບສ່ວນສຳຄັນເຂົ້າໃນ ການເພີ່ມທະວີ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ສິງກະໂປ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້, ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະ ມົນຕີ ລາວ-ສິງກະໂປ ທີ່ໄດ້ເຫັນດີເປັນເອກະພາບ ສືບຕໍ່ຜັນຂະຫຍາຍບັນດາໝາກຜົນ ຂອງການຮ່ວມມື ໃນໄລຍະຜ່ານມາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ; ເຫັນດີໃຫ້ສືບຕໍ່ການພົບປະຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ, ຊຸກຍູ້ການຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນ ດ້ານການເມືອງ, ເສດຖະກິດ ກໍຄື ການຄ້າ ແລະ ການລົງທຶນ, ການຊື້-ຂາຍພະລັງງານໄຟຟ້າ, ສິນເຊື່ອກາກບອນ (Carbon Credit), ການສະໜອງສະບຽງອາຫານ, ການຮ່ວມມືດ້ານສາທາລະນະສຸກ, ການສົ່ງເສີມການໄປມາຫາສູ່ຂອງປະຊາຊົນສອງຊາດ ແລະ ຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນ; ສືບຕໍ່ໃຫ້ການສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ຕັ້ງໜ້າຮັກສາສະຖຽນລະພາບ, ສັນຕິພາບ ແລະ ຄວາມຮັ່ງມີຂອງພາກພື້ນ ແລະ ຄອບຄົວອາຊຽນ. ໃນໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຂອບໃຈ ຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫລອດໄລຍະຜ່ານມາ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ ແລະ ໂຄງການອາສາສະໝັກສິງກະໂປ, ການຊ່ວຍເຫລືອໃນການຮັບມື ກັບພະຍາດໂຄວິດ-19, ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024, ພິເສດ ການຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບໄພນ້ຳຖ້ວມໃນຕົ້ນເດືອນກັນຍາ 2024 ຜ່ານມາ. ພ້ອມນີ້, ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ທ່ານ ທາມັນ ຊາມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ແລະ ທ່ານ ລີ ຊຽນ ລຸງ ລັດຖະມົນຕີອາວຸໂສ, ອະດີດນາຍົກລັດຖະມົນຕີ, ພ້ອມທັງເຊື້ອເຊີນຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.
ໃນຂະນະດຽວກັນ, ທ່ານ ລໍເຣັນສ໌ ວອງ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຍິນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຈະຮ່ວມກັນຈັດຕັ້ງຜັນຂະຫຍາຍ ບັນດາສັນຍາທີ່ໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳຍິ່ງຂຶ້ນ, ຈະຊຸກຍູ້ໃຫ້ພາກສ່ວນ ທີ່ກ່ຽວຂ້ອງຂອງສິງກະໂປ ປະສານສົມທົບກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອຂະຫຍາຍການຮ່ວມມື ໃນຂະແໜງການທີ່ມີທ່າແຮງຮ່ວມກັນ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງ ປະເທດ ກໍຄື ນຳເອົາຄວາມສົມບູນພູນສຸກ ມາສູ່ປະຊາຄົມອາຊຽນ.