14/10/2024
ໃນຕອນບ່າຍວັນທີ 11 ຕຸລາ 2024 ທີ່ ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາເລັນດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 21 ແລະ ກອງປະຊຸມສຸດຍອດອາຊຽນທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາເລັນດຣາ ໂມດີ ທີ່ໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສ ອິນເດຍ ອີກໜຶ່ງສະໄໝ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມຄັ້ງນີ້ ຊຶ່ງເປັນສັນຍາລັກແຫ່ງມິດຕະພາບ, ຄວາມກົມກຽວ ແລະ ຍາວນານຂອງສອງປະເທດ ລາວ-ອິນເດຍ ໃນຕະຫລອດໄລຍະ 68 ປີຜ່ານມາ. ພ້ອມນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ລະຫວ່າງສອງນາຍົກລັດຖະມົນຕີ ລາວ-ອິນເດຍ ຊຶ່ງສອງຝ່າຍໄດ້ຮ່ວມກັນ ເປັນສັກຂີພິຍານ ໃນການແລກປ່ຽນສັນຍາເຖິງ 7 ສະບັບ, ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະ ດ້ານການພັດທະນາ ຊັບພະຍາກອນມະນຸດ, ວຽກງານບູລະນະປູສະນິຍະສະຖານ ຂອງ ສປປ ລາວ, ໂຄງການຊ່ວຍເຫຼືອ ເພື່ອການພັດທະນາ ກໍຄື ການຊ່ວຍເຫຼືອເຄື່ອງບັນເທົາທຸກ ສຸກເສີນໄພນໍ້າຖ້ວມແກ່ ສປປ ລາວ. ໃນຕອນທ້າຍ, ທ່ານປະທານປະເທດ ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ທ່ານ ນາງ ດຣໍປາດີ ມູມູ ປະທານາທິບໍດີ ແຫ່ງ ສ ອິນເດຍ ແລະ ໄດ້ເຊື້ອເຊີນມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.
ໃນຂະນະດຽວກັນ, ທ່ານ ນາເລັນດຣາ ໂມດີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ອິນເດຍ-ລາວ.