ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ປະທານສະພາມົນຕີເອີຣົບ

14/10/2024

ທ່ານປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ປະທານສະພາມົນຕີເອີຣົບ

          ໃນຕອນເຊົ້າວັນທີ 11 ຕຸລາ 2024, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊາກ ມີແຊນ ປະທານສະພາມົນຕີເອີຣົບ (ອີຢູ) ໃນໂອກາດເດີນທາງ ມາເຂົ້າຮ່ວມກອງປະຊຸມ ສຸດຍອດອາຊີຕາເວັນອອກ ຄັ້ງທີ 19 ທີ່ ສປປ ລາວ ເປັນເຈົ້າພາບ ຢູ່ ນະຄອນຫລວງວຽງຈັນ.

          ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ຕີລາຄາສູງຕໍ່ການມາເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 19 ແລະ ເຄື່ອນໄຫວຢ້ຽມຢາມຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງຈະເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ອີຢູ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ, ໃນປີ 2025 ນີ້ ສອງຝ່າຍກໍຈະຮ່ວມ ກັນສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ອີຢູ; ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລາວ-ອີຢູ ຕະຫລອດ ໄລຍະຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ໂດຍມີການແລກປ່ຽນການຢ້ຽມຢາມ ນໍາກັນຢ່າງເປັນປົກກະຕິ ໃນຫລາຍລະດັບ ແລະ ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງ, ໄດ້ຮ່ວມມືກັນໃນຫລາຍຂົງເຂດວຽກງານ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຮ່ວມມື ອາຊຽນ-ອີຢູ ແລະ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.

          ທ່ານ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ແນວທາງນະໂຍບາຍ ຂອງ ສປປ ລາວ ໃນການພັດທະ ນາເສດຖະກິດ-ສັງຄົມ ໂດຍສະເພາະ ແມ່ນການສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດ ກັບ ພາກພື້ນ, ຊຶ່ງຊຸກຍູ້ໃຫ້ ອີຢູ ສືບຕໍ່ສະໜັບສະໜູນ ສປປ ລາວ ໃນວຽກງານດັ່ງກ່າວ. ພ້ອມກັນນີ້, ກໍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າ ຂອງ ອີຢູ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ໃນຂະນະດຽວກັນ, ທ່ານ ຊາກ ມີແຊນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢືນຢັນວ່າຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ ເພື່ອສົ່ງເສີມການພົວພັນຮ່ວມມື ສອງຝ່າຍໃຫ້ມີບາດກ້າວໃໝ່. ພ້ອມທັງໄດ້ຊົມເຊີຍ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນຄັ້ງນີ້ ແລະ ອວຍພອນ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ