ທ່ານ ປະທານປະເທດ ຕ້ອນຮັບຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

31/05/2024

ທ່ານ ປະທານປະເທດ ຕ້ອນຮັບຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

          ໃນວັນທີ 27 ພຶດສະພາ 2024, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ສຸຍເຄີລາຍທີ ຈາເຄີເອີ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 24-28 ພຶດສະພາ 2024 ນີ້.

          ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ສູຍເຄີລາຍທີ ຈາເຄີເອີ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງການໄປມາຫາສູ່ ແລະ ການພົບປະແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນ ລະຫວ່າງ ການນໍາຂັ້ນຕ່າງໆຂອງ ສອງພັກ ລາວ-ຈີນ ໄດ້ເປັນມູນເຊື້ອ, ເປັນປະເພນີ ແລະ ຖືເປັນກົນໄກການພົວພັນທີ່ດີ, ມີບົດບາດສໍາຄັນໃນການແລກປ່ຽນທັດສະນະ ແລະ ບົດຮຽນຮ່ວມກັນ ເພື່ອຊຸກຍູ້ເສີມຂະຫຍາຍສາຍພົວພັນ ລະຫວ່າງ 2 ພັກ, 2 ລັດ, 2 ສອງອົງການນິຕິບັນຍັດ ແລະ ປະຊາຊົນ 2 ຊາດ ລາວ-ຈີນ ໃຫ້ນັບມື້ມີປະສິດທິຜົນສູງຂຶ້ນ; ຕີລາຄາສູງ ແລະ ສະ ແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນໃຫຍ່ຫລວງຮອບດ້ານທີ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ຕະຫລອດໄລຍະຜ່ານມາ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກຄອມມູນິດຈີນ ອັນມີ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນ ຜິງ ເປັນແກນກາງ; ຕີລາຄາສູງ ຕໍ່ການພົວພັນລາວ-ຈີນ ໃນໄລຍະຜ່ານມາ ໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສະແດງອອກຈາກການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນຳຂັ້ນສູງ ແລະ ຂັ້ນຕ່າງໆຈາກສູນກາງ ແລະ ທ້ອງຖິ່ນເປັນປົກະຕິ.

          ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງສະແດງຄວາມຊົມເຊີຍຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໄລຍະຜ່ານມາ ຊຶ່ງທັງ 2 ຝ່າຍ ໄດ້ມີການໄປມາຫາສູ່ກັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ພ້ອມທັງຫວັງວ່າ ໃນຕໍ່ໜ້າສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຈະສືບຕໍ່ຮ່ວມມືກັບສະພາແຫ່ງຊາດລາວ ເພື່ອສືບຕໍ່ລົງເລິກການຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາສັງ ຄົມນິຍົມ ລາວ-ຈີນ, ຈີນ-ລາວ ໄລຍະປີ 2024-2028 ໃຫ້ກ້າວເຂົ້າສູ່ລວງເລິກກວ່າເກົ່າ ໂດຍສະເພາະແມ່ນສອງອົງການນິຕິບັນຍັດ ໃຫ້ພ້ອມກັນຊຸກຍູ້ຕິດຕາມກວດກາຄວາມຄືບໜ້າຂອງບັນດາໂຄງການຮ່ວມມື ແລະ ການຊ່ວຍເຫຼືອຕ່າງໆ ທີ່ສອງລັດຖະບານໄດ້ຕົກລົງຮ່ວມກັນແລ້ວ, ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ທີ່ລົງນາມກັນໃນປີ 2023 ຜ່ານມາ ໃຫ້ເປັນຮູບປະທໍາ ແລະ  ຕໍ່ເນື່ອງ ເປັນຕົ້ນ ການແລກປ່ຽນຄະນະຜູ້ແທນ, ການຈັດກອງປະຊຸມສໍາມະນາ, ທັດສະນະສຶກສາ, ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ແລະ ອື່ນໆ, ສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ 2 ປະເທດ ໂດຍສະເພາະແມ່ນການໝູນໃຊ້ ທ່າແຮງບົ່ມຊ້ອນຂອງ ສອງຝ່າຍ ເພື່ອສ້າງເປັນໂຄງການຮ່ວມມືທີ່ເປັນຮູບປະທຳ, ນຳໃຊ້ເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ໃນການຊຸກຍູ້ການແລກປ່ຽນຮ່ວມມື ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການແລກປ່ຽນວັດທະນາທໍາ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນ; ຊຸກຍູ້ການເຊື່ອມໂຍງຍຸດທະສາດຂອງລາວ “ການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ” ເຂົ້າກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ, ສືບຕໍ່ຊຸກຍູ້ການກໍ່ສ້າງແລວທາງເສດຖະກິດ ລາວ-ຈີນ, ສ້າງແລວເສດຖະກິດລຽບຕາມເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ທີ່ມີມາດຕະຖານສູງ, ຊຸກຍູ້ການກໍ່ສ້າງທາງດ່ວນ ແລະ ໂຄງການກໍ່ສ້າງໂຄງລ່າງພື້ນຖານອື່ນໆ ໃຫ້ມີຄວາມຄືບໜ້າຢ່າງຕັ້ງໜ້າ ເພື່ອຍົກລະດັບການເຊື່ອມໂຍງເຊື່ອມຈອດ ຂອງແລວທາງເສດຖະກິດດັ່ງກ່າວ. ໃນປີ 2024 ນີ້ ສປປ ລາວ ເປັນປະທານອາຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ ສະພາແຫ່ງຊາດລາວ ກໍເປັນປະທານ AIPA ແລະ ເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໃນເດືອນຕຸລາ 2024 ໃນຕໍ່ໜ້ານີ້, ຫວັງເປັນຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກພັກ, ລັດຖະບານ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໃນການປະຕິບັດພັນທະສາກົນ ຂອງ ສປປ ລາວ.

          ທ່ານ ສຸຍເຄີລາຍທີ ຈາເຄີເອີ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ປະທານປະເທດ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຖືໂອກາດນີ້ ລາຍງານຈຸດປະສົງໂດຍຫຍໍ້ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດໃຫ້ ຢູ່ ສປປ ລາວ ຄັ້ງນີ້ ໃຫ້ ສະຫາຍ ປະທານປະເທດ  ຮັບຊາບ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ