ທ່ານຫົວໜ້າ ຫສປທ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອໍາລາ

22/05/2024

ທ່ານຫົວໜ້າ ຫສປທ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອໍາລາ

             ໃນວັນທີ 09 ພຶດສະພາ 2024, ທີ່ຫໍສະພາແຫ່ງຊາດ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນໄລຍະປີ 2021-2024.

              ທ່ານຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສຳ ເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານ ໂຄບະຢະຊິ ເຄັນອິຈິ ຊຶ່ງໄດ້ປະກອບ ສ່ວນເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ນັບມື້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ.

             ພ້ອມນີ້, ທ່ານຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ຍັງໄດ້ອວຍພອນ ໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໜ້າທີ່ວຽກງານໃໝ່.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ