ຫສປທ ເຜີຍແຜ່ເຊື່ອມຊຶມມູນເຊື້ອ ວັນສ້າງຕັ້ງພັກ ຄົບຮອບ 69 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊິວິດ ຄົບຮອບ 78 ປີ

01/04/2024

ຫສປທ ເຜີຍແຜ່ເຊື່ອມຊຶມມູນເຊື້ອ ວັນສ້າງຕັ້ງພັກ ຄົບຮອບ 69 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊິວິດ ຄົບຮອບ 78 ປີ

          ໃນວັນທີ 29 ມິນາ 2024 ທີ່ຫ້ອງວ່າການສຳນັກງານປະເທດໄດ້ຈັດກອງປະຊຸມເຜີຍແຜ່ ເອກະສານສຳຄັນຄື: ເສີມຂະຫຍາຍມູນເຊື້ອແຫ່ງການນຳພາ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງເນື່ອງໃນໂອກາດວັນສ້າງຕັ້ງ ພັກ ປປລາວ ຄົບຮອບ 69 ປິ 22 ມິນາ 1955 -22 ມິນາ 2024 ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ 21 ມິນາ 1946 ຄົບຮອບ 78 ປີ ໂດຍເປັນປະທານຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຫ້ອງວ່າການສຳນັກງານປະທານປະເທດ ແລະ ເປັນກຽດເຜີຍແຜ່ 2 ເອກະສານດັ່ງກ່າວ.

          ໃນໂອກາດດັ່ງກ່າວ ທ່ານ ຮອງຫົວໜ້າ ຫສປທ ໄດ້ເຜີຍແຜ່ເຊື່ອມຊຶມ, ປະຫວັດການການກຳເນິດ, ທາດແທ້, ອຸດົມການ ແລະ ການນຳພາຂອງພັກໃນຕະຫຼອດໄລຍະ 69 ປີຜ່ານມາໃຫ້ພະນັກງານ-ລັດຖະກອນ ເພື່ອພ້ອມກັນຫວນຄືນ ແລະ ນຳເອົາມູນເຊື້ອ ຜົນງານອັນຍິ່ງໃຫຍ່ ຂອງພັກປະຊາຊົນປະຕິວັດລາວ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ບັນລຸຕາມຄາດໝາຍທີ່ພັກໄດ້ກຳນົດໄວ້ ຊຶ່ງຈຸດປະສົງ ຂອງພັກ ແມ່ນນຳພາປວງຊົນລາວທັງຊາດ ດຳເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ. ພັກປະຊາຊົນປະຕິວັດລາວ ຖືເອົາຫຼັກມູນພື້ນຖານ ຂອງລັດທິມາກ-ເລນິນ ເປັນພື້ນຖານແຫ່ງແນວຄິດທິດສະດີຂອງພັກ, ແນວຄິດປະທານໄກສອນ ພົມວິຫານ, ຖືເອົາຫຼັກການລວມສູນປະຊາທິປະໄຕ ຂອງພັກ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບເປັນຫຼັກການ ຂອງພັກ, ຖືເອົາຄວາມສາມັກຄີອັນໜຶ່ງອັນດຽວເປັນຫຼັກ, ເອົາການຕຳນິຕິຊົມເຊິ່ງກັນ ແລະ ກັນ ເປັນກົດເກນຂອງການເຄື່ອນໄຫວ ແລະ ຖືເອົາມະຫາຊົນເປັນກຳລັງແຮງໃນການນຳພາ ຂອງພັກ.

         ພ້ອມນັ້ນ, ທ່ານ ຮອງຫົວໜ້າ ຫສປທ ໄດ້ເຜີຍແຜ່ ແລະ ລະນຶກເຖິງວັນທີ 21 ມິນາ 1946 ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊິວິດເພື່ອປະເທດຊາດ ຊຶ່ງເປັນວັນໜຶ່ງທີ່ສຳຄັນໃນປະຫວັດສາດ ຂອງຊາດລາວເຮົາ ທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳ ທີ່ໂຫດຮ້າຍປ່າເຖື່ອນໃຫ້ແກ່ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ ຊຶ່ງໄດ້ສະແດງໃນບັ້ນຮົບທ່າແຂກ ທີ່ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນເທົ່ານັ້ນ ແຕ່ຍັງເປັນນັກຮົບປະຕິວັດທີ່ກ້າແກ່ນ, ເປັນຜູ້ບັນຊາການທະຫານທີ່ມີຄວາມຊຳນິຊຳນານ ໃນການວາງແຜນສູ້ຮົບ, ຈັດຕັ້ງສູ້ຮົບ ແລະ ເປັນຜູ້ທີ່ກ້າເສຍສະຫຼະເພື່ອປະເທດຊາດຢ່າງອົງອາດກ້າຫານ ທັງຮູ້ປັບປຸງກໍ່ສ້າງກຳລັງ ແລະ ຮູ້ສຶກສາອົບຮົມຊາວໜຸ່ມໃຫ້ມີຈິດໃຈຮັກຊາດຂື້ນສູ່ລະດັບສູງ ແລະ ບັ້ນຮົບທ່າແຂກ ໄດ້ສ່ອງແສງໃຫ້ປະຊາຊົນລາວ ແລະ ຊາວໂລກເຫັນແຈ້ງເຖິງທາດແທ້ຄວາມປ່າເຖື່ອນ, ໂຫດຫ້ຽມສາມານ ຂອງລ່າເມືອງຂຶ້ນຈັກກະພັດຝຣັ່ງ ທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຊາວເມືອງທ່າແຂກ. ບັ້ນຮົບດັ່ງກ່າວ ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ພິລະອາດຫານ ຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ