ຫສປທ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023

22/03/2024

ຫສປທ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2023

          ໃນວັນທີ 21 ມີນາ 2024, ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງ ຫສປທ ໂດຍການເປັນປະທານ ຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຫສປທ; ມີບັນດາສະຫາຍຄະນະບໍລິຫານງານພັກ ຫສປທ, ບັນດາສະຫາຍຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານ ພາຍໃນ ຫສປທ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

          ໃນກອງປະຊຸມດັ່ງກ່າວ ສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ກ່າວວ່າ: ວຽກງານກໍ່ສ້າງພັກ-ພະນັກງານ  ແມ່ນໝາກຫົວໃຈຂອງວຽກງານການເມືອງ-ແນວຄິດ, ການນໍາພາ-ຊີ້ນໍາ, ເປັນສິ່ງຕັດສິນຜົນສຳເລັດ ຫຼື ປະລາໄຊ ຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ວຽກງານພັກ-ພະນັກງານເຂັ້ມແຂງ ຈຶ່ງຈະສາມາດນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປາກົດຜົນເປັນຈິງໄດ້ ດ້ວຍແນວທາງຖືກຕ້ອງ, ແບບແຜນຖືກຕ້ອງ.

          ກອງປະຊຸມໄດ້ຮັບຟັງການ ສະເໜີບົດສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຂອງ ຫສປທ ແລະ ການປະກອບຄຳເຫັນຕໍ່ເນື້ອໃນບົດສະຫຼບດັ່ງກ່າວ, ນອກນັ້ນ ຍັງໄດ້ຮັບຟັງການນຳສະເໜີເນື້ອໃນສຳຄັນຂອງບົດສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງໜ້າທີ່ ປີ 2024 ຂອງຄະນະຈັດຕັ້ງສູນກາງພັກຕໍ່ກອງປະຊຸມ. ຈາກນັ້ນ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ, ຮອງເລຂາຄະນະບໍລິຫານງານພັກ ຫສປທ ໄດ້ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຕໍ່ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2023, ຊຶ່ງໄດ້ຍົກໃຫ້ເຫັນເນື້ອໃນຄວາມສຳຄັນຂອງບົດໂອ້ລົມ, ໂດຍສະເພາະທິດຊີ້ນຳຕໍ່ທິດທາງແຜນການ ແລະ ວຽກງານຈຸດສຸມກ່ຽວກັບວຽກງານດັ່ງກ່າວ ທີ່ຄະນະພັກ-ຄະນະນຳ ແລະ ຄະນະຈັດຕັ້ງແຕ່ລະຂັ້ນ ຕ້ອງໄດ້ສືບຕໍ່ຍູ້ແຮງ.

         

          ພ້ອມນີ້, ຕາງໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ເຜີຍແຜ່ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 13/ຄຈສພ, ລົງວັນທີ 11/1/2024 ກ່ຽວກັບການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເລືອກເຟັ້ນແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 14/ຄຈສພ, ລົງວັນທີ 11/1/2024 ກ່ຽວກັບການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຕີລາຄາພະນັກງານ.

          ໃນຕອນທ້າຍກອງປະຊຸມ ຍັງໄດ້ສືບຕໍ່ມີການປະກອບຄໍາເຫັນຕໍ່ບົດສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຂອງ ຫສປທ ເພື່ອໃຫ້ໄດ້ເນື້ອໃນສົມບູນ ແລະ ແທດເໝາະກັບຄວາມເປັນຈິງ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ