ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ

27/03/2024

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ

          ໃນວັນທີ 26 ມີນາ 2024 ທີ່ຫໍສະພາແຫ່ງຊາດລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທຳອິດ ຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ພ້ອມດ້ວຍຄະນະ, ຊຶ່ງການມາຢ້ຽມຢາມຄັ້ງນີ້ເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ຖືໂອກາດນີ້ ຝາກຄວາມຢື້ຢາມ ຖາມຂ່າວໄປເຖິງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ປະທານພັກປະຊາຊົນກໍາປູເຈຍ, ປະທານທີ່ປຶກສາສູງສຸດຂອງ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພ້ອມທັງຝາກຄໍາເຊື້ອເຊີນໄປຍັງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ມາຢ້ຽມຢາມ ສປປ ລາວ ໃນເວລາອັນສະດວກ. ພ້ອມກັນນີ້, ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການເລືອກຕັ້ງສະມາຊິກສະພາສູງ ສະໄໝທີ V ຊຶ່ງພັກປະຊາຊົນ ກໍາປູເຈຍ ສາມາດຍາດໄດ້ໄຊຊະນະທີ່ນັ່ງ ໃນສະພາຈໍານວນຫລວງຫລາຍ. ພ້ອມນັ້ນ, ກໍໄດ້ຊົມເຊີຍຕໍ່ຜົນສຳເລັດ ຂອງການພົບປະປຶກສາຫາລືຮ່ວມກັນ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໃນຄັ້ງນີ້ ແມ່ນສາມາດຕົກລົງຫຼາຍ​ບັນຫາຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມ​ການ​ຮ່ວມ​ມື ສອງຝ່າຍໃນຕໍ່ໜ້າ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຖາວອນ ລາວ-ກຳປູເຈຍ ທີ່ສາມາດບັນລຸໄດ້ 86% ຂອງເສັ້ນຊາຍແດນທັງໝົດ ແລະ ເຫັນດີຊຸກຍູ້ໃຫ້ສອງຝ່າຍ ສືບຕໍ່ປຶກສາຫາລືຮ່ວມກັນ ໃນການແກ້ໄຂບໍລິເວນຄົງຄ້າງໃຫ້ສຳເລັດ ບົນ​ຈິດ​ໃຈທີ່​ເປັນຍາດ​ພີ່ນ້ອງ ບ້ານ​ໃກ້​ເຮືອນຄຽງດ້ວຍ​ກັນ ແລະ ເພີ່ມທະວີການຮັກສາຄວາມສະຫງົບ ຮຽບຮ້ອຍ ຕາມບໍລິເວນຊາຍແດນ ແນໃສ່ສ້າງຊາຍແດນໃຫ້ເປັນ ເສັ້ນຊາຍແດນແຫ່ງສັນຕິພາບ ແລະ ການຮ່ວມມື. ພ້ອມກັນນັ້ນ, ທ່ານ ປະທານປະເທດ ໄດ້ສະເໜີໃຫ້ສອງຝ່າຍ ຊຸກຍູ້ການຮ່ວມມືໃນການພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງ ແລະ ການເຊື່ອມໂຍງ, ເຊື່ອມຈອດ ໃຫ້ປາກົດຜົນເປັນຈິງ, ຊຸກຍູ້ໃຫ້ກະຊວງ, ຂະແໜງການກ່ຽວຂ້ອງຂອງ ສອງຝ່າຍ ເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ ພາກທຸລະກິດຂອງສອງປະເທດ ໃນການແລກປ່ຽນບົດຮຽນ ແລະ ຮ່ວມທຸລະກິດ ນໍາກັນຕື່ມໃນຕໍ່ໜ້າ, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເອກະສານ ທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳ ໂດຍສະເພາະ ການຮ່ວມມືດ້ານພະລັງງານໄຟຟ້າ ແລະ ອື່ນໆ ເພື່ອເພີ່ມທະວີການຮ່ວມມື ສອງປະເທດ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

          ໃນຕອນທ້າຍ, ທ່ານ ປະທານປະເທດ ໄດ້ອວຍພອນໃຫ້ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ​​​ ມາແນດ ພ້ອມຄະນະຈົ່ງປະສົບຜົນສໍາເລັດ ໃນການມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້ ແລະ ອວຍໄຊໃຫ້ພອນຕໍ່ທ່ານ ແລະ ຄະນະເດີນທາງກັບປະເທດ ດ້ວຍຄວາມສະຫວັດດີພາບ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ