ສປປ ລາວ - ສປ ຕີມໍ-ເລສເຕ ເສີມຂະຫຍາຍການຮ່ວມມືສອງຝ່າຍ

04/03/2024

ສປປ ລາວ - ສປ ຕີມໍ-ເລສເຕ ເສີມຂະຫຍາຍການຮ່ວມມືສອງຝ່າຍ

          ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນຂອງ ​ພະນະ​ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພະນະ​ທ່ານ ໂຈເຊ ຣາໂມສ ອໍຕ້າ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມ​ດ້ວຍ​ຄະນະ ໄດ້​ເດີນທາງ​ມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ​ໃນ​ລະຫວ່າງວັນ​ທີ 27 ກຸມພາ - 02 ມີນາ 2024 ເພື່ອ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.

          ໃນຕອນເຊົ້າຂອງວັນທີ 29 ກຸມພາ 2024, ຄະນະທາງການຂອງ ຕີມໍ-ເລສເຕ ໄດ້ເຂົ້າຮ່ວມພິທີວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ ແລະ ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ຊຶ່ງໄດ້ຮັບການຈັດຂຶ້ນຢ່າງສົມກຽດ ທີ່ ຫໍສະພາແຫ່ງຊາດລາວ, ໃຫ້ກຽດຕ້ອນຮັບອັນອົບອຸ່ນ ໂດຍ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກຝ່າຍລາວ. ຫຼັງຈາກນັ້ນ ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ, ຊຶ່ງຝ່າຍລາວ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມລັດຖະກິດຂອງຄະນະຜູ້ແທນຂັ້ນສູງ ຕີມໍ-ເລສເຕ ຄັ້ງນີ້ ແມ່ນການຢ້ຽມຢາມຄັ້ງທຳອິດໃນລະດັບປະມຸກລັດ ຊຶ່ງໄດ້ເປັນຂີດຫມາຍປະຫວັດສາດອັນສຳຄັນອີກບາດກ້າວຫນຶ່ງໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫລອດ 20  ກວ່າປີທີ່ຜ່ານມາ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ - ຕີມໍ-ເລສເຕ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ການຮັກສາບັນຍາກາດການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຢ່າງເປັນປົກກະຕິ ແລະ ການຮ່ວມມືໃນຂົງເຂດອື່ນໆ. ພ້ອມທັງໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ສໍາລັບການເປັນປະທານອາຊຽນ 2024.

          ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕີມໍ-ເລສເຕ ທີ່ໄດ້ຮັບການຮັບຮອງເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (ອົງການ WTO) ປະເທດທີ 166 ໃນວັນທີ 26 ກຸມພາ 2024 ທີ່ຜ່ານມາ ຢູ່ ສະຫະນະຄອນ ອາຣັບ ເອມິເຣດ (UAE) ແລະ ສະແດງຄວາມຫວັງວ່າ ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ສປປ ລາວ ແລະ ສປ ຕີມໍ-ເລສເຕ ຈະໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສົ່ງເສີມການຮ່ວມມືດ້ານການຄ້າສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນ.

          ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຂອງສອງປະເທດ ໂດຍສະເພາະ ການຮ່ວມມືດ້ານການເມືອງໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ມີການແລກປ່ຽນການຢ້ຽມຢາມຂອງນໍາຂັ້ນສູງຂອງສອງປະເທດເປັນແຕ່ລະໄລຍະ ແລະ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືດ້ານການເມືອງຂອງສອງປະເທດ ໄປຄຽງຄູ່ກັບ ການພັດທະນາການຮ່ວມມື ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງ, ເພື່ອສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືການຄ້າສອງຝ່າຍ,​ ການລົງທຶນ, ກະສິກໍາ, ພະລັງງານ, ການບໍລິການ ແລະ ການທ່ອງທ່ຽວ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສ້າງຕັ້ງຄະນະກໍາມະການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ(JCBC) ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ ເພື່ອເປັນກົນໄກໃນການສົ່ງເສີມການຮ່ວມມື ກໍຄືການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຂອງສອງລັດຖະບານ ລາວ ແລະ ຕີມໍ-ເລສເຕ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນໃນຕໍ່ໜ້າ.

          ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນທັດສະນະຂອງ ສປປ ລາວ ໃນການສະໜັບສະໜູນ ແລະ ແລກປ່ຽນບົດຮຽນຂອງ ສປປ ລາວ ໃຫ້ແກ່ ສປ ຕີມໍ-ເລສເຕ ໃນການກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ພາຍໃນປີ 2025 ທີ່ຈະມາເຖິງນີ້, ຊຶ່ງ ພະນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈ ພ້ອມທັງໄດ້ຢືນຢັນຄືນທັດສະນະຂອງ ສປ ຕີມໍ-ເລສເຕ ໃນການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນ 2024 ຂອງ ສປປ ລາວ ໃຫ້ສໍາເລັດຜົນຕາມຄາດໝາຍ, ລວມທັງໄດ້ຢືນຢັນຄືນການເຄົາລົບຄວາມເປັນເອກະສັນ (Consensus) ແລະ ຄວາມເປັນແກນກາງ (Centrality) ຂອງອາຊຽນ, ລວມທັງ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນທີ່ໄດ້ຕົກລົງເຫັນດີຮ່ວມກັນໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຈໍານວນໜຶ່ງ, ລວມທັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາຂອງຂອບການຮ່ວມມືອາຊຽນໃນຕໍ່ໜ້າ.

          ພະນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈມາຍັງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍຄືລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ ສປປ ລາວ ຍາດມາໄດ້ໃນໄລຍະຜ່ານມາໃນການພັດທະນາ ແລະ ສ້າງສາປະເທດຊາດ, ການເມືອງມີຄວາມສະຖຽນລະພາບ ແລະ ສັງຄົມມີຄວາມສະຫງົບ.

          ພາຍຫຼັງການພົບປະສອງຝ່າຍດັ່ງກ່າວ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ພະນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານແລກປ່ຽນ 2 ເອກະສານ ຄື: ສັນຍາ ວ່າດ້ວຍການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ ເພື່ອປັບປຸງສັນຍາທີ່ໄດ້ຮັບການລົງນາມໃນປີ 2013, ຊຶ່ງໄດ້ຮັບການລົງນາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ,​ຮອງນາຍົກລັດຖະມົນຕີ,​ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Bendito dos Santos Freitas, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສປ ຕີມໍ-ເລສເຕ ແລະ ໜັງສືສະແດງເຈດຈໍານົງ (Letters Of Intent) ໃນການແລກປ່ຽນທີ່ດິນສໍາລັບສະຖານທູດຂອງສອງປະເທດ ສປປ ລາວ ແລະ ສປ ຕີມໍ-ເລສເຕ ໃນຕໍ່ໜ້າ, ຊຶ່ງໄດ້ຮັບການລົງນາມໂດຍ ທ່ານ ຄໍາເຟື້້ອງ ພັນທະໄຊ, ເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຕີມໍ-ເລສເຕ ແລະ ທ່ານ ຟິໂລເມໂນ ອາເລໂຊ ດາ ຄຸດຊ໌, ເອກອັກຄະລັດຖະທູດ ແຫ່ງ ສປ ຕີມໍ-ເລສເຕ ປະຈໍາ ສປປ ລາວ.

          ໃນໄລຍະການຢ້ຽມຢາມທາງລັດຖະກິດຂອງ ພະນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ຢູ່ ສປປ ລາວ, ໄດ້ມີການພົບປະ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຢ້ຽມຢາມມະຫາວິທະຍາໄລແຫ່ງຊາດລາວ ເພື່ອຂຶ້ນກ່າວປາຖະກະຖາ ກ່ຽວກັບທິດທາງໃນການສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ສປ ຕີມໍ-ເລສເຕ ແລະ ສປປ ລາວ ໃນຕໍ່ໜ້າ ໃຫ້ແກ່ ນັກສຶກສາ ແລະ ພາກທຸລະກິດຂອງລາວ, ຢ້ຽມຢາມເຂດພັດທະນາໄຊເສດຖາກວມລວມ, ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ, ສະຖານທີ່ທາງວັດທະນະທໍາ ແລະ ທ່ອງທ່ຽວຂອງລາວຈໍານວນໜຶ່ງ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ