ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຕ້ອນຮັບການຢ້ຽມຂໍ່ານັບ ຂອງເອກອັກຄະຣາຊະທູດ ສະຫະລັດອາເມລິກາ

01/03/2024

ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຕ້ອນຮັບການຢ້ຽມຂໍ່ານັບ ຂອງເອກອັກຄະຣາຊະທູດ ສະຫະລັດອາເມລິກາ

          ໃນວັນທີ 27 ກຸມພາ 2024, ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ຕ້ອນຮັບ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ຄົນໃໝ່ ປະຈໍາ ສປປ ລາວ.

          ໂອກາດນີ້, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທີ່ທ່ານທູດໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ຄົນໃໝ່ ປະຈໍາ ສປປ ລາວ ແລະ ເຊື່ອໝັ້ນວ່າທ່ານທູດ ຈະປະກອບສ່ວນອັນສຳຄັນ ເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ແຕກດອກອອກຜົນ ຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ.

          ພ້ອມ​ນີ້, ທ່ານ ນາງ ແຮັດເຕີ ວາເຣຍອາວາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ​ຕໍ່​ການ​ຕ້ອນຮັບອັນອົບອຸ່ນ ຂອງ​ທ່ານຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ​ໃນ​ຄັ້ງ​ນີ້, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະຕັ້ງໃຈປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລາວ ແລະ ອາເມລິກາ ໃນດ້ານຕ່າງໆ ໃຫ້ມີປະສິດທິຜົນຂຶ້ນ​ເປັນ​ກ້າວໆ ໃນອະນາຄົດ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ