ປະທານາທິບໍດີ ສປ ຕີມໍ-ເລສເຕ ຢ້ຽມຢາມ ສະຖານບັນການສຶກສາ ແລະ ເຂດເສດຖະກິດພິເສດ ຢູ່ ສປປ ລາວ

04/03/2024

ປະທານາທິບໍດີ ສປ ຕີມໍ-ເລສເຕ ຢ້ຽມຢາມ ສະຖານບັນການສຶກສາ ແລະ ເຂດເສດຖະກິດພິເສດ ຢູ່ ສປປ ລາວ

          ໃນໂອກາດມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ວັນທີ 1 ມີນາ 2024 ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມຄະນະ ແລະ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ລັດຖະມົນຕີກຽດຕິຍົດ ໄດ້ຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດ (ມຊ), ຊຶ່ງໄດ້ຮັບການຕ້ອນຮັບຢ່າງສົມກຽດຈາກຄະນະນຳ, ຄູອາຈານ ແລະ ນັກສຶກສາ ມຊ. ໃນໂອກາດດັ່ງກ່າວ, ທ່ານປະທານາທິບໍດີ ຕີມໍ-ເລສເຕ ໄດ້ຂຶ້ນປາຖະກະຖາ ກ່ຽວກັບທິດທາງໃນການສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງ ສປ ຕີມໍ-ເລສເຕ ແລະ ສປປ ລາວ ໃນຕໍ່ໜ້າ ໃຫ້ແກ່ຜູ້ເຂົ້າຮ່ວມ, ນັກຮຽນ-ນັກສຶກສາ ແລະ ພາກທຸລະກິດຂອງລາວ.

          ຈາກນັ້ນ, ປະທານາທິບໍດີ ສປ ຕີມໍ-ເລສເຕ ພ້ອມຄະນະ ກໍໄດ້ຢ້ຽມຢາມ ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງໃນໂອກາດດັ່ງກ່າວ ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບລວມການພັດທະນາເຂດເສດຖະກິດພິເສດ ຢູ່ນະຄອນຫຼວງວຽງຈັນ ປະກອບມີ 5 ເຂດເສດຖະກິດພິເສດ ຄື: ເຂດພັດທະນາກວມລວມໄຊເຊດຖາ, ເຂດເສດຖະກິດພິເສດ ບຶງທາດຫຼວງ, ເຂດເສດຖະກິດພິເສດ ລ່ອງແທ່ງ-ວຽງຈັນ, ເຂດເສດຖະກິດພິເສດ ດົງໂພສີ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດ 2.360 ເຮັກຕາ ຕາມສັນຍາສຳປະທານ. ມາຮອດປັດຈຸບັນ, ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 229 ບໍລິສັດ, ມີແຜນການລົງທຶນທັງໝົດ 6 ພັນລ້ານໂດລາສະຫະລັດ, ມີທຶນຈົດທະບຽນ 950 ລ້ານໂດລາສະຫະລັດ, ມີການລົງທຶນຕົວຈິງມູນຄ່າ 3 ພັນລ້ານໂດລາສະຫະລັດ, ປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 278 ຕື້ກີບ, ສາມາດສ້າງວຽກເຮັດງານທໍາໄດ້ 9.623 ຄົນ, ສົ່ງອອກສິນຄ້າມູນຄ່າ 350 ລ້ານໂດລາສະຫະລັດ, ໃນນັ້ນ, ສິນຄ້າທີ່ສົ່ງອອກປະກອບມີ: ເຄື່ອງເອເລັກໂຕຣນິກ, ເຄື່ອງນຸ່ງຫົ່ມ, ຜະລິດຕະພັນການແພດ, ຜະລິດຕະພັນດອກໄຟແສງສະຫວ່າງ, ແຜ່ນໂຊລ້າແຊວ, ຜະລິດຕະພັນເຄື່ອງດື່ມ, ອາຫານ ແລະ ອື່ນໆ. ສ່ວນການນໍາເຂົ້າສິນຄ້າມູນຄ່າ 3,6 ພັນລ້ານໂດລາສະຫະລັດ ໃນນັ້ນ, ປະກອບມີ: ປະເພດເຄື່ອງຈັກ, ວັດຖຸອຸປະກອນ, ວັດຖຸດິບ ທີ່ນຳໃຊ້ເຂົ້າການກໍ່ສ້າງພື້ນຖານໂຄງລ່າງ, ຕຶກອາຄານ, ໂຮງງານ, ທຳການຜະລິດປຸງແຕ່ງ, ແປຮູບ ຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

          ສຳລັບ ເຂດພັດທະນາກວມລວມໄຊເຊດຖາ ແມ່ນໂຄງການຮ່ວມທຶນ ລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ສປປ ລາວ ແລະ ບໍລິສັດລົງທຶນຕ່າງປະເທດແຂວງຢຸນນານ ຕາງໜ້າລັດຖະບານ ສປ ຈີນ ໂດຍມີເປົ້າໝາຍເພື່ອພັດທະນາແບບກວມລວມຄົບວົງຈອນ ທີ່ປະກອບດ້ວຍເຂດອຸດສາຫະກຳທັນສະໄໝ, ເຂດການຄ້າ, ການບໍລິການ, ເຂດການຂົນສົ່ງ ແລະ ເຂດຕົວເມືອງໃໝ່ ຂອງນະຄອນຫຼວງວຽງຈັນ. ມາເຖິງປັດຈຸບັນ ມີວິສາຫະກິດ ເຂົ້າມາລົງທຶນທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 132 ບໍລິສັດ, ມີທຶນທັງໝົດ 2,5 ຕື້ກວ່າໂດລາສະຫະລັດ, ທຶນຈົດທະບຽນ 443 ລ້ານກວ່າໂດລາສະຫະລັດ, ມີມູນການລົງທຶນຕົວຈິງພາຍໃນເຂດທັງໝົດ 2,4 ຕື້ກວ່າໂດລາສະຫະລັດ, ມີແຮງງານ 7.828 ຄົນ, ປະຕິບັດພັນທະ 203 ຕື້ກີບ. ວິສາຫະກິດທີ່ເຂົ້າມາເຊັ່ນ: ບໍລິສັດ ໂຮຢາລາວ ຈຳກັດ ຈາກປະເທດຢີປຸ່ນ, ໂຮງງານຜະລິດເລນແວ່ນຕາ ແລະ ແຜນຮາດດິດເພື່ອສົ່ງອອກ, ບໍລິສັດ ຄວາມຫວັງໃໝ່ ຈຳກັດ ຈາກປະເທດສິງກະໂປ ຜະລິດຫົວອາຫານສັດຈໍາໜ່າຍພາຍໃນປະເທດ, ບໍລິສັດ ເປ້ເຕີເຄື່ອງນຸ່ງຫົ່ມ ຈຳກັດ ຜະລິດເຄື່ອງນຸ່ງຫົ່ມສົ່ງອອກຕ່າງປະເທດ, ບໍລິສັດ ຈົງຫຼິ້ນເຕັກໂນໂລຊີ ຈຳກັດຜູ້ດຽວ ຜະລິດແຜ່ນໂຊລ່າເຊວ, ບໍລິສັດ ຟາມາກຣຸບ ຈຳກັດ ຜະລິດຕະພັນການແພດ ແລະ ບໍລິສັດອື່ນໆ.

          ໃນວັນດຽວກັນ, ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ພ້ອມຄະນະ ກໍໄດ້ຢ້ຽມຢາມ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຕື່ມອີກ, ຊຶ່ງ ໂອກາດດັ່ງກ່າວ ຄະນະໄດ້ຮັບການຕ້ອນຮັບຈາກຄະນະອຳນວຍການຂອງບໍລິສັດ ແລະ ຢ້ຽມຊົມຈຸດຄ່າຍ ຖ່າຍສິນຄ້າ ແລະ ສາງໃນເຂດໂລຊິດສະຕິກດັ່ງກ່າວ.

 

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ