ທ່ານ ນ. ປານີ ຢາທໍ່ຕູ້ ຮອງປະທານປະເທດ ລົງຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ກອງພັນໃຫຍ່ 641

25/01/2024

ທ່ານ ນ. ປານີ ຢາທໍ່ຕູ້ ຮອງປະທານປະເທດ ລົງຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ກອງພັນໃຫຍ່ 641

          ວັນທີ 24 ມັງກອນ 2024, ທ່ານ ນ. ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງຢ້ຽມຢາມກອງພັນໃຫຍ່ 641 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ໂດຍການຕ້ອນຮັບຂອງ ທ່ານ ພັນເອກ ນວນຕາ ທັນມະຈັກ ຫົວໜ້າການທະຫານ ກອງພັນໃຫຍ່ 641, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານກອງພັນໃຫຍ່ 641, ພ້ອມດ້ວຍແຂກທີ່ຖຶກເຊີນເຂົ້າຮ່ວມ.

          ທ່ານ ພັນເອກ ສອນແກ້ວ ຜາລີທອງ ຫົວໜ້າການເມືອງກອງພັນໃຫຍ່ 641 ໄດ້ລາຍງານຫຍໍ້ກ່ຽວກັບສະພາບຈຸດພິເສດ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ. 

          ທ່ານ ນ. ປານີ ຢາທໍຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານກອງພັນໃຫຍ່ 641 ແລະ ໄດ້ຕີລາຄາສູງຕໍ່ຜົນສໍາເລັດວຽກງານຫລາຍດ້ານ ຂອງກອງພັນໃຫຍ່ 641 ສ້າງມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຍົກໃຫ້ເຫັນ ສະພາບການຂອງໂລກ ແລະ ພາກພື້ນກໍຄືພາຍໃນປະເທດໃນປັດຈຸບັນ, ໂດຍສະເພາະການປະຕີບັດ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ-ລັດ ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວຽກງານດ້ານອື່ນໆ, ສຶບຕໍ່ປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງຕິດພັນກັບການພັດທະນາເສດ ຖະກິດ-ສັງຄົມ, ພັດທະນາຊົນນະບົດຮອບດ້ານ; ປະຕິບັດທິດນໍາຫັນກໍາລັງລົງກໍ່ສ້າງຮາກຖານຮອບດ້ານ, ສ້າງທ່າສະໜາມສາມຂັ້ນ ຕິດພັນກັບການສ້າງບ້ານ, ກຸ່ມບ້ານພັດທະນາ ແນໃສ່ເຮັດໃຫ້ປະເທດຊາດມີຄວາມສະຫງົບໜັກແໜ້ນ.

          ໃນພິທີ ທ່ານ ນ. ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາເອົາອຸປະກອນກິລາ ແລະ ເງິນຈໍານວນ 30.000.000 ກີບ (ສາມສິບລ້ານກີບ) ມອບໃຫ້ກອງພັນໃຫຍ່ 641. ພ້ອມກັນນັ້ນ, ຍັງໄດ້ຢ້ຽມຊົມເຂດເຕັກນິກ, ເຮືອນນອນ-ເຮືອນຄົວອ້າຍນ້ອງທະຫານ ແລະ ຮັບຊົມການສະແດງຫັດແອບກຽມພ້ອມສູ້ຮົບຂອງກອງພັນໃຫຍ່ 641.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ