ທ່ານຫົວໜ້າ ຫສປທ ຕ້ອນຮັບທູດເຢຍລະມັນ ເຂົ້າຢ້ຽມອໍາລາ

01/08/2024

ທ່ານຫົວໜ້າ ຫສປທ ຕ້ອນຮັບທູດເຢຍລະມັນ ເຂົ້າຢ້ຽມອໍາລາ

         

          ໃນວັນທີ 1 ສິງຫາ 2024, ທີ່ຫໍສະພາແຫ່ງຊາດ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງ ທ່ານ ນາງ ແອນເນັດເຕ ໂນບລອທຈ໌ (Annette KNOBLOCH) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

          ທ່ານຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານ ນາງ ແອນເນັດເຕ ໂນບລອທຈ໌ (Annette KNOBLOCH) ຊຶ່ງໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ຊຸກຍູ້ສົ່ງເສີມ ການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ ແລະ ອື່ນໆ.

          ພ້ອມນີ້, ທ່ານຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ຍັງໄດ້ອວຍພອນ ໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານໃໝ່.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ