ທ່ານຮອງປະທານປະເທດ ຕ້ອນຮັບທູດ ເຂົ້າຢ້ຽມອຳລາ

01/08/2024

ທ່ານຮອງປະທານປະເທດ ຕ້ອນຮັບທູດ ເຂົ້າຢ້ຽມອຳລາ

          ໃນວັນທີ 1 ສິງຫາ 2024, ທີ່ ຫໍສະພາແຫ່ງຊາດ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ອີນາ ມາຊິວລີໂອນິແຕ (Ina Marciulionyte) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ທ່ານ ນາງ ແອນເນັດເຕ ໂນບລອທຈ໌ (Annette KNOBLOCH) ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.

          ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດ ຢ່າງຫ້າວຫັນຂອງ ທ່ານທູດສະຫະພາບເອີຣົບ ແລະ ທ່ານທູດ ສະຫະພັນ ເຢຍລະມັນ ປະຈໍາລາວ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ຊຸກຍູ້ສົ່ງເສີມ ການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ ແລະ ອື່ນໆ, ລວມເຖິງ ການສົ່ງເສີມການໄປມາຫາສູ່ ຂອງປະຊາຊົນສອງຊາດ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນລາວ ກັບ ສະຫະພາບເອີຣົບ ແລະ ເຢຍລະມັນ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໄດ້ອວຍພອນໃຫ້ທ່ານທູດທັງສອງ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ໃໝ່ ອັນມີກຽດຂອງທ່ານ; ພ້ອມທັງ ສະແດງຄວາມຫວັງວ່າ, ທ່ານທູດທັງສອງຈະສືບຕໍ່ເປັນຂົວຕໍ່ ໃນການຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນດ້ານຕ່າງໆ ລະຫວ່າງ ລາວ-ສະຫະພາບເອີຣົບ ແລະ ລາວ-ເຢຍລະມັນ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ກົມກຽວ ຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະ ຍາວນານ.

          ໂອກາດນີ້, ທ່ານທູດສະຫະພາບເອີຣົບ ແລະ ທ່ານທູດສະຫະພັນ ເຢຍລະມັນ  ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນາງ ປານີ ຢາທໍ່ຕູ້  ຮອງປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງລາຍງານສະພາບການເຄື່ອນໄຫວວຽກງານຕ່າງໆ ທາງການທູດ ຢູ່ ສປປ ລາວ ໃຫ້ທ່ານຮອງ ປະທານປະເທດ ຮັບຊາບ ແລະ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄື ບັນດາການນຳພັກ, ລັດ ຂອງ ສປປ ລາວ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ ການທູດຂອງຕົນ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ