ພິທີປະກາດ 4 ບຸກ ແລະ ມອບທຸງໄຊນຳໜ້າ ໃຫ້ຄະນະຊາວໜຸ່ມ ປປລ ຫສປທ

19/07/2024

ພິທີປະກາດ 4 ບຸກ ແລະ ມອບທຸງໄຊນຳໜ້າ ໃຫ້ຄະນະຊາວໜຸ່ມ ປປລ ຫສປທ

    ໃນຕອນເຊົ້າວັນທີ 19  ກໍລະກົດ 2024 ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດພິທີປະກາດ 4 ບຸກ ແລະ ມອບທຸງໄຊນຳໜ້າ ໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ຫສປທ ໂດຍການເປັນຄະນະປະທານຮ່ວມ ຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຫສປທ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ,   ສະຫາຍ ນວນທອງ ສຸວັນວິໄຊ,  ຮອງເລຂາຄະນະພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ(ສຊປລ),  ສະຫາຍເລຂາຄະນະຊາວໜຸ່ມ, ປະທານສະຫະພັນແມ່ຍິງ ແລະ ປະທານສະຫະພັນກຳມະບານ ຫສປທ. ມີບັນດາສະຫາຍ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມຂະບວນການ ຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາສະຫາຍຄະນະຊາວໜຸ່ມ, ບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ ຫສປທ ແລະ ສະມາຊິກຊາວໜຸ່ມ ຂອງ ຫສປທ ທັງໝົດ  90 ສະຫາຍເຂົ້າຮ່ວມ ຢ່າງພ້ອມພຽງ.

    ໃນໂອກາດດັ່ງກ່າວ ສະຫາຍ ປອ ວັນທອງ ນາກກະເສນ, ເລຂາ ຄະນະຊາວໜຸ່ມ ຫສປທ ຕາງໜ້າໃຫ້ຄະນະ ຊາວໜຸ່ມ ຫສປທ ຜ່ານບົດສະຫຼຸບປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປລ ຫສປທ ປະຈຳປີ 2023 ແລະ ທິດທາງ ແຜນການປີ 2024  ຊຶ່ງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວຂະບວນການທີ່ພົ້ນເດັ່ນ  ຂອງຄະນະຊາວໜຸ່ມ ຫສປທ ທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ, ເຮັດໃຫ້ມີຖັນແຖວຊາວໜຸ່ມຕົວແບບ 11 ສະຫາຍ ໂດຍສະເພາະແມ່ນຊາວໜຸ່ມຕົວແບບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປລ ທາງດ້ານວຽກງານແນວຄິດໃນຖັນແຖວຊາວໜຸ່ມ, ດ້ານວຽກງານການຈັດຕັ້ງ, ດ້ານການຝຶກຝົນຫຼໍ່ຫຼອມສຶກສາຮ່ຳຮຽນ, ດ້ານວິຊາຊີບສ້າງວຽກເຮັດງານທຳ ເຫັນໄດ້ວ່າ ຄະນະຊາວໜຸ່ມ ໄດ້ພ້ອມກັນສຸມໃສ່ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕິດພັນກັບວຽກງານວິຊາສະເພາະຢ່າງຕັ້ງໜ້າ ແລະ ໃນພິທີນິ້ ສະຫາຍ ນວນທອງ ສຸວັນວິໄຊ, ຮອງເລຂາຄະນະພັກ, ຮອງເລຂາຄະນະບໍລິຫານງານ ສຊປລ ໄດ້ຕາງໜ້າຄະນະນຳຈາກສູນກາງຊາວໜຸ່ມ ມອບໃບຢັ້ງຢືນ 4 ບຸກ ຈຳນວນ 3 ໃບ ຄື: ໃບຢັ້ງຢືນ 4 ບຸກ ປີ 2021, 2022, 2023  ແລະ ມອບທຸງໄຊນຳໜ້າໃນຂະບວນການ 4 ບຸກ 1 ຜຶນ  ໃຫ້ແກ່ ຄະນະຊາວໜຸ່ມ ຫສປທ ຢ່າງເປັນທາງການ.

    ໃນໂອກາດດຽວກັນນີ້, ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຫສປທ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ນວນທອງ ສຸວັນວິໄຊ, ຮອງເລຂາຄະນະພັກ, ຮອງເລຂາຄະນະບໍລິຫານງານ ສຊປລ ຊຶ່ງກ່ອນອື່ນ ສະຫາຍທັງສອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການນຳພາຂອງຄະນະ ແລະ ສະມາຊິກຊາວໜຸ່ມ ຫສປທ ຍາດມາໄດ້ ໃນໄລຍະທີ່ຜ່ານມາ ແລະ ຂໍໃຫ້ສືບຕໍ່ເສີມຂະຫຍາຍຜົນງານດ້ານດີ, ຮັກສາມູນເຊື້ອ 4 ບຸກ; ພ້ອມກັນແກ້ໄຂຂໍ້ຄົງຄ້າງ ແລະ  ປະຕິບັດຕາມທິດທາງແຜນການ ທີ່ວາງໄວ້ໃຫ້ສຳເລັດ ໂດຍສະເພາະການສຶກສາອົມຮົມການເມືອງແນວຄິດ ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງຕົນ. ນອກນັ້ນ, ສະຫາຍ ນວນທອງ ສຸວັນວິໄຊ ຍັງໄດ້ໂອ້ລົມເນັ້ນໜັກບາງເນື້ອໃນຈິດໃຈ ທີ່ສໍາຄັນຕໍ່ກຳລັງແຮງຊາວໜຸ່ມ ເພື່ອສືບຕໍ່ເສີມຂະຫຍາຍຜົນງານ ແລະ ຮັກສາມູນເຊື້ອນາມມະຍົດ 4 ບຸກຂອງຊາວໜຸ່ມ ຫສປທ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ມີຄຸນນະພາບ ສົມກັບຄໍາຂວັນທີ່ວ່າ: “ ຊາວໜຸ່ມເປັນນົກອີນຊີ ແຫ່ງຍຸກສະໄໝ, ເປັນກະດູກສັນຫຼັງຂອງປະເທດຊາດ ເປັນຜູ້ສືບທອດພາລະກິດການປະຕິວັດ” ຢ່າງໜັກແໜ້ນເຂັ້ມແຂງນັ້ນ  ຄະນະຊາວໜຸ່ມ ຫສປທ ຕ້ອງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມນຳພາການເມືອງ-ແນວຄິດ ຫັນເອົາວິທີການ, ຮູບການສຶກສາອົບຮົມສະມາຊິກແບບໃໝ່ທີ່ເປັນຮູບປະທຳ, ຊຸກຍູ້ວຽກດີຄົນເດັ່ນ ວຽກຈິງຄົນແທ້,  ສ້າງເງື່ອນໄຂໃຫ້ຊາວໜຸ່ມ ຫສປທ ຊ່ວຍຊຸກຍູ້ ຊາວໜຸ່ມລາວບັນດາເຜົ່າຜູ້ທີ່ຍັງດ້ອຍໂອກາດ, ປະລະການຮຽນ ໃຫ້ເຫັນໄດ້ຄວາມສຳຄັນຂອງການສຶກສາ ແລະ ກັບຄືນສູ່ການຮຽນປົກກະຕິ ຫຼື  ໃຫ້ໄດ້ເຂົ້າຝືກອົບຮົມວິຊາຊີບ ເລັ່ງໃສ່ສ້າງວຽກເຮັດງານທຳທີ່ໝັ້ນຄົງ, ສ້າງຊາວໜຸ່ມຕົວແບບ ເພື່ອສົ່ງເສີມເສດຖະກິດຄອບຄົວໃຫ້ດີຂຶ້ນເປັນກ້າວໆ ໂດຍສະເພາະແມ່ນຊາວໜຸ່ມທີ່ອາໄສຢູ່ເຂດພູດອຍຫ່າງໄກສອກຫຼີກ ຕ້ອງໄດ້ຊ່ວຍກັນ ຫັນປ່ຽນແນວຄິດໃໝ່ ໃນການພັດທະນາ; ຮູ້ຜະລິດເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີ, ເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ເຮັດໃນສິ່ງທີ່ເປັນປະໂຫຍດຕໍ່ຕົນເອງ, ການຈັດຕັ້ງ ແລະ ປະເທດຊາດ; ບຸກເຂົ້າສະໜາມຮົບສ້າງສາພັດທະນາ ເພື່ອເຮັດໃຫ້ປະເທດຊາດ ຫຼຸດພົ້ນອອກຈາກຄວາມທຸກຍາກ, ຄວາມດ້ອຍພັດທະນາ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ສືບຕໍ່ປະຕິບັດຄຳຂວັນທີ່ວ່າ: " ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວ ໜຸ່ມຂານອາສາ "  ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະນໍາ ຫສປທ ອໍານວຍຄວາມສະດວກ ເຊີດຊູບົດບາດ ແລະ ໃຫ້ການສະໜັບສະໜູນກໍາລັງແຮງ-ກໍາລັງປະຈັນບານ ຂອງຊາວໜຸ່ມໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ  ທັງເປັນຂະບວນການທີ່ຟົດຟື້ນ ແລະ ກວ້າງຂວາງ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ