ທ່ານ ເພັດສະໝອນ ພັນທະວົງ

 

                                                                         ທ່ານ ເພັດສະໝອນ ພັນທະວົງ     

                            ເກີດເມື່ອວັນທີ 10 ມີນາ 1959 ທີ່ບ້ານນາແຖ, ເມືອງຜາໄຊ, ແຂວງຊຽງຂວາງ.

  • ປີ 1977-1984: ເປັນຄູສອນຢູ່ໂຮງຮຽນມັດທະຍົມອີ່ໄລ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.
  • ປີ 1986-1992: ເຮັດວຽກການເງິນ ຢູ່ກົມການເງິນ ສໍານັກງານປະທານປະເທດ.
  • ປີ 1992-1993: ເຮັດວຽກຢູ່ພະແນກຄຸ້ມຄອງລົດ ແລະ ເຄຫາ ຫ້ອງວ່າການສູນກາງພັກ.
  • ປີ 1993-2003: ຫົວໜ້າພະແນກແຜນການ-ການເງິນ ຫ້ອງວ່າການສຳນັກງານປະທານປະເທດ.
  • ປີ 2003-2006: ຮອງຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການສໍານັກງານປະທານປະເທດ.
  • ປີ 2007-2008: ວ່າການຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການສໍານັກງານປະທານປະເທດ.
  • ປີ 2008-2012: ຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການສໍານັກງານປະທານປະເທດ.
  • ປີ 2012-2017: ຫົວໜ້າກົມກົດໝາຍ ຫ້ອງວ່າການປະທານປະເທດ.
  • ປີ 2017-2023: ເປັນຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ.
  • ປີ 2023 : ອອກພັກຜ່ອນຮັບເບ້ຍບຳນານ.

 

ຂ່າວຫຼ້າສຸດ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມເວັບໄຊ