05/05/2023

ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງ ຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ, ໃນລະຫວ່າງວັນທີ 4-5 ພຶດສະພາ 2023.
ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນຳໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫລວງພະນົມເປັນ ໃນວັນທີ 4 ພຶດສະພາ 2023 ແລະ ໄດ້ມີພິທີຕ້ອນ ຮັບຢ່າງເປັນທາງການ ແລະ ສົມກຽດໂດຍ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ທີ່ ພະລາດຊະວັງ. ຫລັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ກໍໄດ້ມີການພົບປະໂອ້ລົມລະຫວ່າງ ສອງປະມຸກລັດ ລາວ-ກຳປູເຈຍ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ ເປັນບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວ ເມືອງດອງ ແລະ ມີຮີດຄອງປະເພນີຄ້າຍຄືກັນ ທີ່ມີມູນເຊື້ອແຫ່ງການພົວພັນອັນດີງາມມາແຕ່ບູຮານນະການ. ພ້ອມນີ້, ສອງຝ່າຍ ຍັງໄດ້ເນັ້ນຢໍ້າຄວາມສຳຄັນໃນການຍົກລະດັບ ສາຍພົວພັນລະຫວ່າງສອງປະເທດ ລາວ-ກຳປູເຈຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ.
ໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ນໍາພາຄະນະເຂົ້າວາງພວງມາລາທີ່ ອະນຸສາວະລີເອກະລາດ ແລະ ອະນຸສາອະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ. ຈາກນັ້ນ, ກໍໄດ້ພົບປະກັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ສົມເດັດ ວິບູນ ເສນາ ແພະກະໄດ ຊາຍ ຊຸມ, ປະທານສະພາສູງ ແຫ່ງ ຣາຊະອານາ ຈັກກຳປູເຈຍ. ໃນໂອກາດ ພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການໂດຍຫຍໍ້ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ, ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທີ່ມີຜົນສຳເລັດໃນໄລຍະຜ່ານມາ ໂດຍສະເພາະພາຍຫລັງການຍົກລະດັບສາຍພົວພັນເປັນຄູ່ຮ່ວມມືຢຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ກັບສະພາບການຢູ່ໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນຕອນຄໍ່າຂອງວັນດຽວກັນ, ທີ່ພະລາດຊະວັງ, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍໄດ້ເປັນເຈົ້າພາບຈັດງານລ້ຽງອາຫານຄໍ່າເພື່ອເປັນກຽດແກ່ ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.
ໃນວັນທີ 5 ພຶດສະພາ 2023, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປສະໜາມກິລາ ມໍລະດົກ ເຕໂຈ ແຫ່ງຊາດກຳປູເຈຍ ນະຄອນຫລວງພະນົມເປັນ ເພື່ອຢ້ຽມຢາມ ແລະ ໃຫ້ກຳລັງໃຈຕໍ່ບັນດາຄະນະນຳຄະນະຮັບຜິດຊອບນັກກິລາ, ຄະນະກຳມະການ ໂອລິມປິກແຫ່ງຊາດລາວ ກໍຄື ນັກກິລາ ທີມຊາດລາວ. ພິເສດບັນດາຄູຝຶກຕ່າງປະເທດ ແລະ ນັກກິລາ ເຊື້ອຊາດລາວ ທີ່ຢູ່ຕ່າງປະເທດ ກໍໄດ້ມາເຂົ້າຮ່ວມກັບນັກກິລາ ທີມຊາດລາວ ໃນການແຂ່ງຂັນກິລາຊີເກມຄັ້ງທີ 32. ພ້ອມນີ້, ພະນະທ່ານປະທານປະເທດ ໄດ້ກ່າວຍ້ອງຍໍຊົມເຊີຍ ນັກກິລາທີ່ໄດ້ຮັບຫຼຽນຄຳ ຫຼຽນທຳອິດຂອງລາວ ຈາກກິລາ Kun Bokator ປະເພດຟ້ອນ ຈາກ ທ້າວ ກອງເງິນ ອິນທິສານ.
ຈາກນັ້ນ, ຕອນຄໍ່າຂອງວັນດຽວກັນ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ເຂົ້າຮ່ວມພິທີ ເປີດງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ກຳປູເຈຍໄດ້ຮັບກຽດເປັນເຈົ້າພາບ ຢູ່ສະຫນາມກິລາແຫ່ງຊາດ ກຳປູເຈຍ, ຊຶ່ງຈະດຳເນີິນແຂ່ງຂັນໃນລະຫວ່າງວັນທີ 5-17 ພຶດສະພາ 2023 ມີຊີງໄຊຫລຽນຄຳ ທັງໝົດ 584 ຫຼຽນ, ໃນ 36 ປະເພດກິລາ, ມີນັກກິລາເຂົ້າຮ່ວມຫຼາຍກວ່າ 6.000 ຄົນ. ສະເພາະ ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ 576 ຄົນ ໃນ 32 ປະເພດກິລາ ໂດຍຕັ້ງເປົ້າສູ້ຊົນ ຍາດໃຫ້ໄດ້ 5 ຫລຽນຄຳ ຫຼື ຫຼາຍກວ່າ. ສ່ວນຫລຽນເງິນ ແລະ ຫລຽນທອງ ແມ່ນໃຫ້ໄດ້ຫລາຍກວ່າຄັ້ງທີ່ຜ່ານມາ.