26/04/2023

ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023 ຂຶ້ນໃນວັນທີ 26 ເມສາ 2023 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ຫົວໜ້າ ຫສປທ, ມີບັນດາຄະນະພັກ-ຄະນະນຳ ແລະ ພະນັກງານພາຍໃນ ຫສປທ ເຂົ້າຮ່ວມ.
ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ຫົວໜ້າ ຫສປທ |
ທ່ານ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ, ຮອງຫົວໜ້າ ຫສປທ |
ທ່ານ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ, ຮອງຫົວໜ້າ ຫສປທ ສະເໜີບົດສະຫຼຸບວຽກງານ ປະຈໍາປີ 2022 ກ່າວວ່າ: ໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະນະນຳ ໄດ້ເອົາໃຈໃສ່-ນຳພາຊີ້ນໍາວຽກງານການເມືອງ-ແນວຄິດຖຶເປັນບັນຫາສໍາຄັນ ໂດຍສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ອົງຄະນະພັກ ຫສປທ ແລະ ແຜນພັດທະນາ ເຂົ້າສູ່ວຽກງານຕົວຈິງຂອງ ຫສປທ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ໃນບົດສະຫຼຸບໄດ້ຍົກໃຫ້ເຫັນດ້ານດີ ຜົນງານທີ່ພົ້ນເດັ່ນທີ່ປະຕິບັດໄດ້ຕະຫຼອດໄລຍະ 1 ປີ ຜ່ານມາ ໂດຍສະເພາະການກະກຽມຮອບດ້ານໃຫ້ແກ່ການຕ້ອນຮັບແຂກຕ່າງປະເທດທີ່ ທໍານຽບປະທານປະເທດ ຂອງ ທ່ານປະທານປະເທດ, ຮອງປະທານປະເທດເປັນຕົ້ນ ຕອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຂັ້ນສູງຕ່າງປະເທດ, ຂໍ່ານັບຍື່ນສານຕາຕັ້ງ, ມອບສານຕາຕັ້ງ, ເດີນທາງໄປຢ້ຽມຢາມຕ່າງປະເທດ, ເຂົ້າຮ່ວມກອງປະຊຸມທາງໄກ ແລະ ເຄື່ອນໄຫວພາຍໃນປະເທດ ຈໍານວນ 26 ຄັ້ງ; ນອກຈາກນີ້ຍັງປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດຂອງບັນດາກົມຄຶ: ວຽກບໍລິຫານ, ວຽກນິຕິກໍາ, ວຽກງານຄົ້ນຄວ້າສັງລວມ, ວຽກພົວພັນຕ່າງປະເທດ, ວຽກປັບປຸງກົງຈັກການຈັດຕັ້ງ, ນະໂຍບາຍ ແລະ ບໍາລຸງກໍ່ສ້າງ. ຈາກນັ້ນທ່ານໄດ້ຍົກໃຫ້ເຫັນບາງດ້ານອ່ອນຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການປະຈໍາປີ 2023.
ໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ຫ້ອງວ່າການສຳນັກງານປະທານປະເທດຍາດມາໄດ້ໃນໄລຍະ 1 ປີທີ່ຜ່ານມາ ພ້ອມກັນນັ້ນກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນໍາຈົ່ງສຶບຕໍ່ນໍາພາເພຶ່ອເຮັດສໍາເລັດວຽກງານຕາມແຜນການປະຈໍາປີ 2023 ຄື: 1 ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ອຸນອຽນທຸ່ນທ່ຽງ ຫ້າວຫັນຕໍ່ໜ້າທີ່ວຽກງານ, ມີຄວາມເສຍສະລະ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ໂດຍສະເພາະຄວາມຫຍຸ້ງຍາກທາງດ້ານເສດຖະກິດ; 2 ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມກະທັດຮັດເບົາບາງ ແຕ່ມີຄຸນນະພາບ ເໝາະສົມສອດຄ່ອງກັບຂະແໜງການ ຮັບປະກັນການປະຕິບັດໜ້າທີ່ການເມືອງໃຫ້ມີຜົນສໍາເລັດ ແລະ ເຄື່ອນໄຫວມີປະສິດທິຜົນລວມທັງກົນໄກປະຕິບັດວຽກງານແຕ່ລະຂົງເຂດວຽກງານຢູ່ພາຍໃນ ຫສປທ ແລະ ກົນໄກປະສານງານກັບກະຊວງ-ອົງການທີ່ກ່ຽວຂ້ອງ; 3 ສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດ ມີຄວາມຊໍານິຊໍານານທາງດ້ານວິຊາສະເພາະ ຫັນເຂົ້າສູ່ຄວາມເປັນມືອາຊີບຕາມທິດຫັນເປັນວິຊາການ, ຫັນເປັນຜູ້ຊໍານານງານ, ຜູ້ຊ່ຽວຊານ ແລະ ຫັນເປັນຜູ້ບໍລິຫານທີ່ມີຄວາມຮູ້ຄວາມສາມາດ ເຮັດຫຼ້ອນໜ້າທີ່ການເມືອງ; 4 ສືບຕໍ່ຍົກສູງຄຸນນະພາບການເປັນເສນາທິການໃຫ້ມີຄວາມໜັກແໜ້ນຂຶ້ນຕື່ມ, ການປະຕິບັດວຽກງານຕ້ອງໃຫ້ໄດ້ຕາມ 4 ຄາດໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ; ສືບຕໍ່ຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ພື້ນຖານວັດຖຸເຕັກນິກທີ່ມີຢູ່ຂອງ ຫສປທ ໃຫ້ເກີດປະໂຫຍດສູງສຸດ ແລະ ຮັບປະກັນຄວາມຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຢູ່ພາຍໃນ ຫສປທ; 5 ບຸກທະລຸໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທຸກວຽກງານເພຶ່ອເຮັດໃຫ້ ຫສປທ ກ້າວຂື້ນ.