04/04/2023

ໃນຕອນບ່າຍວັນທີ 4 ເມສາ 2023 ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ຮາ ທິ ຫງ່າ, ກຳມະການສູນກາງພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 03-07 ມີນາ 2023.
ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຮາ ທິ ຫງ່າ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ສູນກາງສະຫະພັນແມ່ຍິງ ຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ.
ໃນໂອກາດດຽວກັນ, ທ່ານ ນາງ ຮາ ທິ ຫງ່າ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງປະທານປະເທດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ໃນການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຮອງປະທານປະເທດ ຮັບຊາບ, ພ້ອມທັງຢືນຢັນວ່າຈະສືບຕໍ່ຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບການພັດທະນາຕະຫຼອດໄປ.