ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023, ສະຫຼຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I (2021-2022) ແລະ ທິດທາງແຜນການ ໄລຍະທີ II (2023-2024) ຂອງສະຫະພັນແມ່ຍິງ ຫ້ອງວ່າການສໍານັກງານປະທານປະເທດ

02/03/2023

ກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023, ສະຫຼຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I (2021-2022) ແລະ ທິດທາງແຜນການ ໄລຍະທີ II (2023-2024) ຂອງສະຫະພັນແມ່ຍິງ ຫ້ອງວ່າການສໍານັກງານປະທານປະເທດ

     ໃນວັນທີ 2 ມີນາ 2023 ຄະນະສະຫະພັນແມ່ຍິງ ຫສປທ ໄດ້ຈັດກອງປະຊຸມສະຫຼຸບການເຄຶ່ອນໄຫວວຽກງານແມ່ຍິງ ຫສປທ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂຶ້ນໂດຍການເປັນປະທານຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ກໍາມະການຄະນະບໍລິຫານງານພັກ, ຮອງຫົວໜ້າ ຫສປທ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມມີ ຄະນະສະຫະພັນແມ່ຍິງ ຫສປທ, ສະມາຊິກແມ່ຍິງ ພາຍໃນ ຫສປທ ແລະ  ແຂກຖືກເຊີນ.

   

      ໃນໂອກາດນີ້ ສະຫາຍ ນ. ອໍາມະລີ ຈັນທະພອນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນ ແມ່ຍິງ ຫສປທ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານແມ່ຍິງ ຫສປທ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຊຶ່ງຄະນະສະຫະພັນແມ່ຍິງ ຫສປທ ໄດ້ເອົາໃຈໃສ່ ນໍາພາຊີ້ນໍາ ດ້ານການເມືອງ-ແນວຄິດເປັນກົກ ໂດຍຖືເອົາການຮ່ວມຊີວິດປະຈໍາເດືອນ, ປະຈໍາໄຕມາດ ເປັນການສ້າງເງື່ອນໄຂໃຫ້ສະມາຊິກ 43 ທ່ານ ເຊື່ອມຊຶມ ມະຕິ, ຄໍາສັ່ງ ຂອງພັກກົດໝາຍຂອງລັດ, ກົດລະບຽບແມ່ຍິງ, ຕິດພັນກັບການເຂົ້າຮ່ວມເຊື່ອມຊຶມເອກະສານສໍາຄັນ, ຮັບຟັງການເລົ່າມູນເຊື້້ອຂອງຊາດ, ຂອງພັກເພຶອເຮັດໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມບຸກບືນ, ຫ້າວຫັນ, ມີຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຕິບັດໜ້າທີ່ວຽກງານດ້ວຍຄວາມເປັນເຈົ້າການ, ມີຄວາມກະຕືລືລົ້ນ ໃນການຍົກລະດັບດ້ານທິດສະດີການເມືອງ, ວິຊາສະເພາະ ແລະ ພາສາຕ່າງປະເທດ ເພື່ອພັດທະນາຕົນເອງ ໃຫ້ມີຄວາມຮູ້ ຄວາມສາມາດໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ພ້ອມນັ້ນກໍຍັງໄດ້ເຂົ້າຮ່ວມຂະບວນການຕ່າງໆທີ່ ຫສປທ ກໍຄືສະຫະພັນແມ່ຍິງຈັດຂຶ້ນຢ່າງເປັນຂະບວນຟົດຟື້ນ ແລະ ຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ. ສໍາລັບທິດທາງແຜນການປີ 2023 ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດຂອງສະມາຊິກແມ່ຍິງດ້ວຍການຈັດຕັ້ງເຜີຍແຜ່ເອກະສານຂອງພັກ-ລັດ ແລະ ສູນກາງສະຫະພັນແມ່ຍິງ ເພື່ອ​ສ້າງ​ຄວາມ​ຮັບ​ຮູ້, ເຂົ້າ​ໃຈ​ໃຫ້​ເລິກ​ເຊິ່ງ ​ແລະ ບຸກ​ທະ​ລຸ​ທາງ​ດ້ານ​ແນວ​ຄິດ​ຈິນ​ຕະ​ນາ​ການ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ; ຈັດ​ຕັ້ງ​ໄປ​ທັດສະນະ​ສຶກສາ​ສະຖານ​ທີ່ປະຫວັດສາດ, ຫໍພິພິຕະພັນ, ຫໍວາງສະແດງມູນເຊື້ອທີ່ສໍາຄັນຕ່າງໆຂອງຊາດ ແລະ ບ່ອນອື່ນໆ ທີ່ເປັນມູນເຊຶ້ອຂອງຊາດ; ຄັດເລືອກເອົາຕົວແບບດີເດັ່ນ ຂອງແມ່ຍິງ ເພື່ອສ້າງຜູ້ສືບທອດປ່ຽນແທນໃນຕໍ່ໜ້າ ໂດຍຜ່ານຂະບວນການ 3 ດີ ແລະ ຮັບປະກັນການປະຕິບັດໜ້າທີ່ການເມືອງ ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ; ສືບຕໍ່ສູ້​ຊົນ ສ້າງຄັງເງິນແມ່ຍິງ ໃຫ້​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ, ຮັບ​ປະກັນ​ໃຫ້​ກຸ້ມ​ຕົນ​ເອງ​ ໂດຍ​ພື້ນຖານ​ທາງ​ດ້ານການເຄື່ອນໄຫວ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ແມ່ຍິງ.

     

     ຈາກນັ້ນ, ສະຫາຍ ນ. ກຽງສອນ ສິດທິອານົງ ຮອງປະທານສະຫະພັນແມ່ຍິງ ຫສປທ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ຫສປທ ໄລຍະທີ 1 ( 2021-2022) ແລະ ທິດທາງແຜນການໄລຍະທີ 2 ( 2023-2024 ) ຊຶ່ງຜ່ານການປະເມີນຕີລາຄາ ສະມາຊິກສະຫະພັນແມ່ຍິງ 3 ດີ ປະເພດທີ I ມີ 43 ສະຫາຍ; ປະເພດທີ II ມີ 3 ສະຫາຍ; ສະມາຊິກແມ່ຍິງ 3 ສະຫາຍ ບໍ່ໄດ້ເຂົ້າຮ່ວມການແຂ່ງຂັນ 3 ດີ ເນື່ອງຈາກ ຍົກຍ້າຍມາໃໝ່. ສ່ວນແຜນການໃນຕໍ່ໜ້າ ຈະໄດ້ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ເອົາໃຈໃສ່ນໍາພາປຸກລະດົມຂົນຂວາຍແມ່ຍິງ ເຂົ້າຮ່ວມໃນຂະບວນການແຂ່ງຂັນໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ, ເອົາໃຈໃສ່ຊູກຍູ້ສົ່ງເສີມໃຫ້ສະມາຊິກແມ່ຍິງໄດ້ມີການພັດທະນາຕົນເອງ ແລະ ພັດທະນາຄອບຄົວ, ສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ, ໂດຍເພິ່ງຕົນເອງ ກຸ້ມຕົນເອງໃຫ້ຫຼາຍຂຶ້ນ. ການຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ຄື: ຄຳຂວັນ " ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ " ແລະ ຂໍ້ແຂ່ງຂັນ 3 ດີ ມີຄື: 1. ພົນລະເມືອງດີສືບຕໍ່ປະຕິບັດໃຫ້ບັນລຸໄດ້ 80%. 2. ພັດທະນາດີ ສືບຕໍ່ປະຕິບັດໃຫ້ບັນລຸໄດ້ 80%. 3. ສ້າງຄອບຄົວດີ. ພ້ອມນັ້ນ, ບັນດາຄະນະໜ່ວຍແມ່ຍິງແຕ່ລະໜ່ວຍ ຍັງໄດ້ຂຶ້ນຈັບມືແຂ່ງຂັນເພື່ອຮັບເອົາແຜນດັ່ງກ່າວໄປຈັດຕັ້ງປາຕິບັດໃຫ້ປະກົດຜົນເປັນຈິງ.

 

     ໃນຕອນທ້າຍພິທີ ສະຫາຍ ປະທານກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ສະຫະພັນແມ່ຍິງ ຫສປທ ຍາດມາໄດ້ ພ້ອມນັ້ນ ສະຫາຍກໍຍັງໄດ້ເນັ້ນໃຫ້ຄະນະສະຫະພັນແມ່ຍິງສືບຕໍ່ເອົາໃຈໃສ່ສຶກສາອົບຮົມນໍາພາແນວຄິດໃຫ້ເອື້້ອຍນ້ອງແມ່ຍິງດ້ວຍຫຼາຍຮູບແບບ ລວມທັງນິຕິກໍາຕ່າງໆທີ່ຮູບການສະຫະພັນແມ່ຍິງລາວ ວາງອອກ, ເອົາໃຈໃສ່ພັດທະນາສະມາຊິກແມ່ຍິງໂດຍສ້າງໂອກາດໃຫ້ໄດ້ໄປຍົກລະດັບດ້ານວິຊາສະເພາະ ກໍຄືທິດສະດີໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ມີຄວາມສອດຄ່ອງເໝາະສົມກັບສະພາບຄວາມເປັນຈິງ ແລະ ຍາດແຍ່ງໃຫ້ສະມາຊິກແມ່ຍິງໄດ້ເຂົ້າຮ່ວມຂະບວນການຕ່າງໆໃຫ້ຫຼາຍຂຶ້ນ.

 

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ