ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານອະດີດຮອງປະທານປະເທດ ແຫ່ງ ສສ ຫວຽດນາມ

14/03/2023

ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ  ທ່ານອະດີດຮອງປະທານປະເທດ ແຫ່ງ ສສ ຫວຽດນາມ

     ໃນຕອນບ່າຍວັນທີ 14 ມີນາ 2023 ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເຈືອງ ມີ ຮົວ, ອະດີດຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໂອກາດຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 14-15 ມີນາ 2023.

     ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ນາງ ເຈືອງ ມີ ຮົວ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ສູນກາງສະຫະພັນແມ່ຍິງ ຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ຂອງສອງຫ້ອງວ່າການສຳນັກງານປະທານປະເທດ ລາວ ແລະ ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ. ພ້ອມນັ້ນ, ຍັງເປັນການສືບຕໍ່ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປີ 2023.

     ໃນໂອກາດດຽວກັນ, ທ່ານ ນາງ ເຈືອງ ມີ ຮົວ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງປະທານປະເທດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ໃນການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຮອງປະທານປະເທດ ຮັບຊາບ, ພ້ອມທັງຢືນຢັນວ່າຈະສືບຕໍ່ຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອມາແຕ່ດົນນານແລ້ວນັ້ນ, ໃຫ້ໝັ້ນຄົງທະນົງແກ່ນ ແລະ ໄດ້ຮັບການພັດທະນາຕະຫຼອດໄປ.

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ