ທ່ານປະທານປະເທດ ຕ້ອນຮັບ ທູດຕ່າງປະເທດ ຍື່ນສານຕາຕັ້ງ

23/02/2023

ທ່ານປະທານປະເທດ ຕ້ອນຮັບ ທູດຕ່າງປະເທດ ຍື່ນສານຕາຕັ້ງ

ທ່ານ ໂຈນາເຕັນ ດາເລີ ຄິງ (H.E. Mr. Jonathan Dale KING), ເອກອັກຄະຣາຊະທູດ ແຫ່ງ ນິວຊີແລນ; ມີສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ.

ທ່ານ ເປໂດຣ ສະວາເລັນ (H.E. Mr. Pedro Zwahlen), ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ;    ມີສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ.

ທ່ານ ປາເວວ ປີເຕວ (H.E. Mr. Pavel Pitel), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເຊັກ; ມີສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ.

ທ່ານ ນິໂກລາຍ ພຣິດສ໌ (H.E. Mr. Nicolai Prytz), ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ດານມາກ;  ມີສໍານັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.     

ທ່ານ ອູລັດຊີເມຍ ບາຣາວີກູ (H.E. Mr. Uladzimir Baravikou), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ  ເບລາຣຸດຊີ; ມີສໍານັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

     ໃນຕອນເຊົ້າວັນທີ 23 ກຸມພາ 2023, ທີ່ ທຳນຽບປະທານປະເທດ (ຫໍຄຳ), ທ່ານ ທອງລຸນ   ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ໂຈນາເຕັນ ດາເລີ ຄິງ (H.E. Mr. Jonathan Dale KING), ເອກອັກຄະຣາຊະທູດ ແຫ່ງ ນິວຊີແລນ; ທ່ານ ເປໂດຣ ສະວາເລັນ (H.E. Mr. Pedro Zwahlen), ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ; ທ່ານ ປາເວວ ປີເຕວ (H.E. Mr. Pavel Pitel), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເຊັກ; ທ່ານ ນິໂກລາຍ ພຣິດສ໌ (H.E. Mr. Nicolai Prytz), ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ດານມາກ ແລະ ທ່ານ ອູລັດຊີເມຍ ບາຣາວີກູ (H.E. Mr. Uladzimir Baravikou), ເອກອັກຄະລັດຖະທູດ ແຫ່ງ ເບລາຣຸດຊີ ປະຈຳ ສປປ ລາວ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມຄົນໃໝ່ປະຈຳ ສປປ ລາວ.

     ໃນໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍມາຍັງທ່ານທູດ ທັງ 05 ປະເທດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ປະຈຳຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງວ່າໃນຕະຫຼອດໄລຍະຂອງການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ທ່ານທູດ ຈະປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີຢູ່ແລ້ວນັ້ນໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນໄປເລື້ອຍໆ ແລະ ພ້ອມຈະອຳນວຍຄວາມສະດວກໃຫ້ແກ່ບັນດາທ່ານທູດໃນການປະຕິບັດໜ້າທີ່ການທູດຢູ່ລາວໃຫ້ປະສົບຜົນສຳເລັດ. ທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງ ນິວຊີແລນ, ສະວິດ, ສ.ເຊັກ, ດານມາກ ແລະ ເບລາຣຸດຊີ ແກ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ໃນຕອນທ້າຍ, ທ່ານປະທານປະເທດໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງປະມຸກລັດຂອງບັນດາທ່ານທູດທັງ 05 ປະເທດ, ພ້ອມທັງອວຍພອນໃຫ້ແກ່ທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.

     ໃນໂອກາດດຽວກັນ, ທ່ານທູດ ທັງ 05 ປະເທດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານປະເທດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສຸມທຸກຄວາມພະຍາຍາມ ເພື່ອປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ, ການຮ່ວມມື, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນ.

 

 

 

ຂ່າວຫຼ້າສຸດ
ປະກາດຮັບສະໝັກ ສອບເສັງເອົາລັດຖະກອນໃໝ່ ປະຈຳປີ 2023
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ