15/02/2023

ທ່ານ ນາງ ມໍລະກົດ ສີສະຫວັດດີ, ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ.
ທ່ານ ເອດີ ອີວານ ບິນ ມາມູດ, ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ.
ໃນຕອນເຊົ້າວັນທີ 15 ກຸມພາ 2023, ທີ່ ທຳນຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ນາງ ມໍລະກົດ ສີສະຫວັດດີ (Morakot SRISWASDI), ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ເອດີ ອີວານ ບິນ ມາມູດ (Edi Irwan Bin Mahmud), ເອກອັກຄະຣາຊະທູດ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ເພື່ອດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມຄົນໃໝ່ປະຈຳ ສປປ ລາວ.
ໃນໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍມາຍັງທ່ານທູດ ທັງ 02 ປະເທດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດ ຄົນໃໝ່ປະຈຳຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງວ່າໃນຕະຫຼອດໄລຍະຂອງການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ທ່ານທູດ ຈະປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີຢູ່ແລ້ວນັ້ນໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນໄປເລື້ອຍໆ ແລະ ພ້ອມຈະອຳນວຍຄວາມສະດວກໃຫ້ແກ່ບັນດາທ່ານທູດໃນການປະຕິບັດໜ້າທີ່ການທູດຢູ່ລາວໃຫ້ປະສົບຜົນສຳເລັດ. ທ່ານປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງ ຣາຊະອານາຈັກໄທ ແລະ ມາເລເຊຍ ແກ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ໃນຕອນທ້າຍ, ທ່ານປະທານປະເທດໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຖືໂອກາດນີ້ເຊື້ອເຊີນການນຳຂັ້ນສູງທັງສອງປະເທດ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ ແລະ ພ້ອມທັງອວຍພອນໃຫ້ແກ່ທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນ, ທ່ານທູດ ທັງ 02 ປະເທດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານປະເທດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ທັງໃຫ້ຄຳໝັ້ນສັນຍາວ່າ ຈະສຸມທຸກຄວາມພະຍາຍາມ ເພື່ອປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງປະເທດ ໃຫ້ນັບມື້ນັບແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.