ຫ້ອງວ່າການສຳນັກງານປະທານປະເທດ ຈັດຝຶກອົບຮົມການນຳໃຊ້ລະບົບ (G-Share, G-Drive)

18/10/2022

ຫ້ອງວ່າການສຳນັກງານປະທານປະເທດ ຈັດຝຶກອົບຮົມການນຳໃຊ້ລະບົບ (G-Share, G-Drive)

     ໃນຕອນເຊົ້າຂອງວັນທີ 18 ຕຸລາ 2022 ທີ່ຜ່ານມາ ຫ້ອງວ່າການສຳນັກງານປະທານປະເທດ ໄດ້ຈັດຝຶກອົບຮົມການນໍາໃຊ້ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-share, G-drive) ຂອງສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍການເປັນປະທານກ່າວເປີດຝຶກອົບຮົມ ຂອງທ່ານ ລຳເງິນ ບູລົມມະວົງ ຫົວໜ້າກົມບໍລິຫານ ແລະ ຄຸ້ມຄອງ, ມີຄະນະວິທະຍາກອນຈາກສູນບໍລິຫານລັດດິຈິຕອນ ນຳພາໂດຍ ທ່ານ ຄໍາຜາຍ ອິນທະຣາ ຫົວໜ້າພະແນກ ລະບົບຫ້ອງການລັດດິຈິຕອນ, ຄະນະພັດທະນາລະບົບຫ້ອງການທັນສະໄໝ (E-Office) ຂອງ ຫສປທ ແລະ ພະນັກງານວິຊາການຈາກບັນດາກົມອ້ອມຂ້າງ ເຂົ້າຮ່ວມຊຸດຝຶກອົບຮົມດັ່ງກ່າວ.

     ໃນພິທີ, ທ່ານ ລຳເງິນ ບູລົມະວົງ ປະທານກອງປະຊຸມໄດ້ສະແດງຄວາມຍີນດີຕ້ອນຮັບຄະນະວິທະຍາກອນທີ່ມາຈາກສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ເສຍສະຫຼະເວລາເຂົ້າຮ່ວມ ແລະ ສິດສອນການນຳໃຊ້ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-share, G-drive) ໃຫ້ພະນັກງານລັດຖະກອນພາຍໃນ ຫສປທ ໃນຄັ້ງນີ້. ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນການສືບຕໍ່ເຮັດວຽກລະຫວ່າງ ຫສປທ ແລະ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະ ແມ່ນສູນບໍລິຫານລັດດິຈິຕອນ ໃນການຫັນເປັນທັນສະໄໝຂອງ ຫສປທ; ຫສປທ ເຫັນໄດ້ຄວາມສໍາຄັນຂອງວຽກງານຫັນເປັນທັນສະໄໝຂອງລັດ ແລະ ພັດທະນາ ເສດຖະກິດດິຈິຕອນ ໂດຍການນໍາເອົາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ITC) ມານໍາໃຊ້ເຂົ້າໃນການດໍາເນີນວຽກງານຂອງພາກລັດ ແລະ ບໍລິການ. ສະນັັ້ນ, ການນໍາໃຊ້ລະບົບ E-office ແລະ ລະບົບອື່ນໆ ກໍຄື G-share ແລະ G-drive ຈະຊ່ວຍໃຫ້ການປະຕິບັດວຽກງານຂອງ ຫສປທ ມີປະສິດທິພາບ ແລະ ປະສິດທິຜົນ, ວ່ອງໄວ, ທັງປະຍັດຄ່າໃຊ້ຈ່າຍ ແລະ ເວລາ.

     ທ່ານ ຄໍາຜາຍ ອິນທະຣາ ຫົວໜ້າພະແນກ ລະບົບຫ້ອງການລັດດິຈິຕອນ ໄດ້ສະແດງຄວາມຍີນດີ ທີ່ໄດ້ມີໂອກາດເຂົ້າມາຈັດຝຶກອົບຮົມ ແລະ ສິດສອນແບ່ງປັນຄວາມຮູ້ໃຫ້ພະນັກງານລັດຖະກອນຂອງ ຫສປທ ໃນຄັ້ງນີ້. ສູນບໍລິຫານລັດດິຈິຕອນ ໄດ້ໃຫ້ຄວາມສຳຄັນໃນການພັດທະນາລະບົບ ແລະ ກົນໄກການປະສານງານດ້ວຍລະບົບດິຈິຕອນເພື່ອຫັນເປັນທັນສະໄໝຂອງພາກລັດ ກໍ່ຄືຂອງ ຫສປທ. ໃນການຈັດຝຶກອົບຮົມໃນຄັ້ງນີ້, ທາງຄະນະວິທະຍາກອນໄດ້ນຳສະເໜີພາບລວມກ່ຽວກັບລະບົບບໍລິຫານລັດດິຈິຕອນ, ລະບົບການຈັດເກັບ ແລະ ນໍາໃຊ້ຂໍ້ມູນຮ່ວມກັນຂອງພາກລັດ (G-share, G-drive)  ໂດຍຜ່ານໂທລະສັບມືຖື ແລະ ຄອມພິວເຕີ ພ້ອມກັນນັ້ນ, ທາງຄະນະດັ່ງກ່າວກໍ່ໄດ້ແນະນຳ, ສາທິດ ແລະ ນຳພາເຮັດຕົວຈິງໃຫ້ແກ່ນັກສຳມະນາກອນ ແລະ ມີການສົນທະນາແລກປ່ຽນຢ່າງເອົາໃຈໃສ່. ສຸດທ້າຍ, ທາງຄະນະວິທະຍາກອນ ກໍໄດ້ຝາກຄວາມຫວັງໄວ້ວ່າພາຍຫລັງການຝຶກອົບຮົມແລ້ວ ບັນດາທ່ານຈະສາມາດນໍາໃຊ້ສອງລະບົບດັ່ງກ່າວໄດ້ຢ່າງຄ່ອງແຄ້ວ ແລະ ສາມາດແນະນໍາພະນັກງານພາຍໃນ ຫສປທ ນຳໃຊ້ລະບົບນີ້ໄດ້ເປັນຢ່າງດີ. ໝາຍຄວາມວ່າໃຫ້ບັນດາທ່ານສືບຕໍ່ເຮັດໜ້າທີເປັນວິທະຍາກອນໃຫ້ແກ່ຜູ້ບໍ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້.

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ