07/09/2022

ໃນຕອນເຊົ້າວັນທີ 07 ກັນຍາ 2022 ທີ່ ຫ້ອງຮັບແຂກສະພາແຫ່ງຊາດ ໄດ້ຈັດພີທີມອບສານຕາຕັ້ງໃຫ້ແກ່ ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຕ່າງປະເທດ ຈຳນວນ 06 ທ່ານ ຄື: ທ່ານ ສົງການ ຫຼວງມຸນິນທອນ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫຼີ; ທ່ານ ດວງມະນີ ຍອດສີອຸດົມ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ອັງກິດ; ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພັນ ເຢຍລະມັນ; ທ່ານ ແກ້ວ ມັກຄະຜົນ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສປປ ເກົາຫຼີ; ທ່ານ ບຸນມີ ວັນມະນີ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ; ທ່ານ ສອນໄຊ ວັນນະໄຊ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຟິລິບປິນ.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ບັນດາເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງ ພ້ອມທັງ ໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນ ໃນການໄປປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຕ່າງປະເທດ ເພື່ອໃຫ້ເກີດປະໂຫຍດສູງສຸດແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ໄປປະຈຳການໃຫ້ດີຂຶ້ນເປັນກ້າວໆ.
ທ່ານ ສົງການ ຫຼວງມຸນິນທອນ ຕາງໜ້າບັນດາເອກອັກຄະລັດຖະທູດ ແຕ່ງຕັ້ງໄດ້ກ່າວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ມາຍັງການນຳພັກ-ລັດ ທຸກຂັ້ນ ພິເສດທ່ານປະທານປະເທດ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ມອບໝາຍໜ້າທີ່ການເມືອງທີ່ສຳຄັນມີກຽດສູງສົ່ງ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງ. ພ້ອມນີ້ ກໍໄດ້ປະຕິຍານວ່າຈະຕັ້ງໜ້າປະຕິບັດໜ້າທີ່ຢ່າງສຸດຄວາມສາມາດຂອງຕົນໃນການສົ່ງເສີມ ແລະ ຍົກສູງຖານະບົດບາດຂອງ ສປປລາວ ຕໍ່ປະເທດທີ່ໄປປະຈໍາການ ກໍຄືເວທີສາກົນ ໃຫ້ແຕກດອກອອກຜົນ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ.