ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ

09/09/2022

ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ

     ໃນຕ້ອນເຊົ້າ ຂອງວັນທີ 9 ກັນຍາ 2022 ທີ່ຫ້ອງຮັບເເຂກສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້,  ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະຣາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ  ເນື່ອງໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

     ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດໜ້າທີ່ການທູດ ຂອງທ່ານ ເຈດສະດາ ກະຕະເວທິນ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມືທາງດ້ານຕ່າງໆ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນ ຂອງສອງປະເທດ ລາວ-ໄທ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານຮອງປະທານປະເທດ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ສອງຊາດຂອງພວກເຮົາ ໄດ້ມີການເພີ່ມພູນຄູນສ້າງສາຍພົວພັນ ແລະ ຮ່ວມມືມາຢ່າງຕໍ່ເນື່ອງ ແລະ ໄດ້ຍົກລະດັບການພົວພັນ ແລະ ຮ່ວມມືເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026).

     ທ່ານ ເຈດສະດາ ກະຕະເວທິນ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ປານີ ຢາທໍ່ຕູ້  ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳພັກ, ລັດຂອງ ສປປ ລາວ,  ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ