ທ່ານ ອິນທະປັນຍາ ຂຽວວົງພະຈັນ
ທ່ານ ອິນທະປັນຍາ ຂຽວວົງພະຈັນ
ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ
ວັນ, ເດືອນ, ປີ ເກີດ : 16 ພຶດສະພາ 1969
ສະຖານທີ່ເກີດ : ແຂວງຈຳປາສັກ, ສປປ ລາວ.
ບ່ອນຢູ່ປັດຈຸບັນ : ບ້ານຄຳຮຸ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ສະຖານະພາບ : ແຕ່ງງານ, ມີລູກ 02 ຄົນ ( ຍິງ 01 ຄົນ ແລະ ຊາຍ 01 ຄົນ ).
ລະດັບການສຶກສາ:
ປະລິນຍາໂທກົດໝາຍ ຈາກມະຫາວິທະຍາໄລກິວຊູ, ປະເທດຍີ່ປຸ່ນ.
ປະສົບການເຮັດວຽກ:
1997 – 2000 : ເປັນພະນັກງານວິຊາການຢູ່ ກົມກົດໝາຍ ຂອງ ກະຊວງຍຸຕິທຳ.
2000 – 2007 : ເປັນຫົວໜ້າພະແນກກົດໝາຍການປົກຄອງ ແລະ ກົດໝາຍລະຫວ່າງຊາດ
ຢູ່ ກົມກົດໝາຍ ຂອງ ກະຊວງຍຸຕິທຳ.
2007 – 2016 : ເປັນຮອງຫົວໜ້າກົມກົດໝາຍ ຂອງ ກະຊວງຍຸຕິທຳ.
2016 – 2 / 2022 : ເປັນຫົວໜ້າກົມກົດໝາຍ ຂອງ ກະຊວງຍຸຕິທຳ.
2022 ເຖີງປັດຈຸບັນ : ເປັນຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ.