ທ່ານ ເພັດສະໝອນ ພັນທະວົງ
ທ່ານ ເພັດສະໝອນ ພັນທະວົງ ເກີດເມື່ອວັນທີ 10 ມີນາ 1959
ທີ່ ບ້ານນາແຖ, ເມືອງຜາໄຊ, ແຂວງຊຽງຂວາງ.
ປີ 1977-1984: ເປັນຄູສອນຢູ່ໂຮງຮຽນມັດທະຍົມອີ່ໄລ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.
ປີ 1986-1992: ເຮັດວຽກການເງິນ ຢູ່ກົມການເງິນ ສໍານັກງານປະທານປະເທດ.
ປີ 1992-1993: ເຮັດວຽກຢູ່ພະແນກຄຸ້ມຄອງລົດ ແລະ ເຄຫາ ຫ້ອງວ່າການສູນກາງພັກ.
ປີ 1993-2003: ຫົວໜ້າພະແນກແຜນການ-ການເງິນ ຫ້ອງວ່າການສຳນັກງານປະທານປະເທດ.
ປີ 2003-2006: ຮອງຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການສໍານັກງານປະທານປະເທດ.
ປີ 2007-2008: ວ່າການຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການສໍານັກງານປະທານປະເທດ.
ປີ 2008-2012: ຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການສໍານັກງານປະທານປະເທດ.
ປີ 2012-2017: ຫົວໜ້າກົມກົດໝາຍ ຫ້ອງວ່າການສໍານັກງານປະທານປະເທດ.
ປີ 2017 ເຖິງປັດຈຸບັນ: ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ.