ທ່ານ ທອງລຸນ ສີສຸລິດ


 

ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ

ຊື່ ແລະ ນາມສະກຸນ             :       ທອງລຸນ ສີສຸລິດ     

ວັນເດືອນປີເກີດ                 :      10 ພະຈິກ 1945

ສະຖານະພາບຄອບຄົວ         :      ແຕ່ງງານກັບທ່ານ ນາງ ນາລີ ສີສຸລິດ, ມີລູກ 03 ຄົນ

ສາສະໜາ                         :      ພຸດ

ຕຳແໜ່ງ                           :      ປະທານປະເທດ

ລະດັບການສຶກສາ:

1962-1969         :       ຈົບຊັ້ນສູງ, ວິທະຍາໄລ ສ້າງຄູແນວລາວຮັກຊາດ, ແຂວງຫົວພັນ  ສປປ ລາວ

1973-1978         :       ຈົບປະລິນຍາໂທ ວິຊາ ພາສາສາດ ແລະ ວັນນະຄະດີ, ສະຖາບັນສ້າງຄູ Gerzen, saint  Petersburg, ສະຫະພາບໂຊຫວຽດ.

1981-1984         :       ປະລິນຍາເອກ ວິຊາ ປະຫວັດສາດການພົວພັນສາກົນ ສະຖາບັນວິທະຍາສາດສັງຄົມ, ມົດສະໂກ,
ສະຫະພາບໂຊຫວຽດ.

ການເຄື່ອນໄຫວ ແລະ ໜ້າທີຮັບຜິດຊອບ:

1967-1969         :       ພະນັກງານອາວຸໂສ, ກົມສາມັນສຶກສາ ແນວລາວຮັກຊາດ ແຂວງຫົວພັນ  ສປປ ລາວ.

1969-1973         :       ພະນັກງານອາວຸໂສ, ຫ້ອງການຜູ້ຕາງໜ້າ ຂອງແນວລາວຮັກຊາດ ປະຈຳ ຮ່າໂນ້ຍ  ສສ ຫວຽດນາມ.

1978-1979         :​       ອາຈານສອນທີ່ມະຫາວິທະຍາໄລວຽງຈັນ.

1979-1981         :       ເລຂາລັດຖະມົນຕີ ກະຊວງສຶກສາ, ຫົວໜ້າພະແນກ ຮ່ວມມືສາກົນ, ກະຊວງສຶກສາທິການ.​

1985-1986         :       ຫົວໜ້າກົມຄົ້ນຄວ້າ, ສໍານັກງານນາຍົກລັດຖະມົນຕີ.

1987-1992         :       ຮອງລັດຖະມົນຕີ ກະຊວງການຕ່າງປະເທດ.

1993-1996         :       ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

1997-2001         :​       ສະມາຊິກຄະນະປະຈຳສະພາແຫ່ງຊາດ, ປະທານຄະນະກໍາມາທິການ ຕ່າງປະເທດຂອງສະພາແຫ່ງຊາດ.

2001-2006         :        – ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາການແຜນການ ແລະ ການລົງທຶນ.

                                             – ປະທານຄະນະກຳມະການຄຸ້ມຄອງການລົງທຶນ.

                                             – ປະທານຄະນະກຳມະການແຫ່ງຊາດ ດ້ານພະລັງງານ.

                                             – ສະມາຊິກສະພາແຫ່ງຊາດ.

2006-2016       :   ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ.

2016-2021       :​   ຖືກເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

2021- ປັດຈຸບັນ   :   ຖືກເລຶອກຕັ້ງເປັນ ປະທານປະເທດ ແຫ່ງ ສປປ ລາວ.

 

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ