ທ່ານ ພູມີ ວົງວິຈິດ
ທ່ານ ພູມີ ວົງວິຈິດ ເກີດເມື່ອວັນທີ 6 ເມສາ 1909
ທີ່ ບ້ານນາຄາຍ, ຕາແສງນາຄາຍ ເມືອງແປກ, ແຂວງຊຽງຂວາງ.
ປີ 1950: ເປັນກໍາມະການສູນກາງແນວລາວອິດສະຫຼະ, ເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງພາຍໃນ.
ປີ 1957: ເປັນລັດຖະມົນຕີກະຊວງທຳມະການ ແລະ ສີລະປະກຳ.
ປີ 1974: ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາກິລາ ແລະ ທຳມະການ.
ປີ 1982 ຮັບໜ້າທີ່ຊີ້ນຳ 4 ກະຊວງ: ກະຊວງສຶກສາ, ກະຊວງວັດທະນະທຳ, ກະຊວງສາທາລະນະສຸກ ແລະ ຄະນະກຳມະການສະຫວັດດີການສັງຄົມ ແລະ ນັກຮົບເກົ່າ.
ປີ 1986-1991: ວ່າການແທນປະທານປະເທດ ແຫ່ງ ສປປ ລາວ.
ເສຍຊີວິດວັນທີ 07 ມັງກອນ 1994.