ທ່ານປະທານປະເທດ ສົ່ງສານສະເເດງຄວາມຂອບໃຈ ເຖິງ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານປະທານປະເທດ ສົ່ງສານສະເເດງຄວາມຂອບໃຈ ເຖິງ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ

ໃນວັນທີ 05 ພຶດສະພາ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານຊົມເຊີຍ ເຖິງ ພະຍາດ ສົມເດັດ ພະຣົມມະນຽດ ໂນໂຣດົມ ສີຫາມູນື ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເນື່ອງໃນໂອກາດສຳເລັດ ຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກຳປູເຈຍ ໃນລະຫວ່າງ ວັນທີ 04-05 ພຶດສະພາ 2023 ໂດຍເນື້ອໃນສານໄດ້ກ່າວວ່າ:

“ຂ້າພະເຈົ້າ ຂໍສົ່ງຂ່າວມາຍັງ ພະຍາດ ສົມເດັດ ຊາບວ່າ ຂ້າພະເຈົ້າ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພະບາດ ສົມເດັດ ກໍຄື ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ທີ່ໄດ້ໃຫ້ການ ຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດ ແກ່ຄະນະພວກຂ້າພະເຈົ້າ ຕະຫຼອດໄລຍະຢ້ຽມຢາມລັດຖະກິດຢູ່ ຣາຊະການາຈັກ ກຳປູເຈຍ.

ຂ້າພະເຈົ້າ ມີຄວາມປະທັບໃຈ ແລະ ເພິ່ງພໍໃຈເປັນຢ່າງຍິ່ງ ຕໍ່ຜົນສຳເລັດຂອງການຢ້ຽມຢາມ ໃນຄັ້ງນີ້, ໂດຍສະເພາະແມ່ນການພົບປະ ແລະ ໂອ້ລົມກັບ ພະຍາດ ສົມເດັດ ທີ່ເຕັມໄປດ້ວຍບັນຍາກາດ ແຫ່ງ ໄມຕີຈິດ ມິດຕະພາບ ອັນສະໜິດສະໜົມ ແບບເພື່ອນສະຫາຍອ້າຍນ້ອງ, ອົບອຸ່ນ ແລະ ຈິງໃຈ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະເປັນຂີດໝາຍອັນສຳຄັນໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ພວກເຮົາ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ຖວາຍພະພອນແດ່ ພະຍາດ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີພະກະເສມສໍາລານ ແລະ ມີພະຊົນພັນສາຢືນຍາວນານ”.

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ