ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານາທິບໍດີ ບັງກະລາເທດ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານາທິບໍດີ ບັງກະລາເທດ

ໃນວັນທີ 02 ພຶດສະພາ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ໂມຮາມັດ ຊາຮາບຸສດິນ ຊັບປຸຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ເນື່ອງໃນໂອກາດທີ່ເພີ່ນ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ບັງກະລາເທດຄົນໃໝ່ ໂດຍເນື້ອໃນສານໄດ້ກ່າວວ່າ:

“ໃນນາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ​ຂໍສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນໄຊອັນປະເສີດມາ​ຍັງ ພະນະ​​ທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້​ຮັບການເລືອກຕັ້ງ​​ໃຫ້ດຳລົງ​ຕຳ​ແໜ່​ງ ເປັນປະທານາທິບໍດີ ​ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ອັນສະຫຼາດສ່ອງໃສ ຂອງ ພະນະທ່ານ, ບັງກະລາເທດ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອຮັດແໜ້ນສາຍ​ພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດຂອງພວກເຮົາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າພະ​ເຈົ້າ ຂໍ​ຖື​ໂອກາດນີ້ ອວຍ​ພອນໃຫ້ ​ພະນະ​ທ່ານ ຈົ່ງມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ຄວາມຜາສຸກ ​ແລະ ​ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ”.

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ