ທ່ານປະທານປະເທດ ສົ່ງສານຕອບຂອບໃຈ ເຖິງ ທ່ານປະທານປະເທດ ຫວຽດນາມ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານປະທານປະເທດ ສົ່ງສານຕອບຂອບໃຈ ເຖິງ ທ່ານປະທານປະເທດ ຫວຽດນາມ

ໃນວັນທີ  ພຶດສະພາ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານຕອບຂອບໃຈ ເຖິງ ທ່ານ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດທີ່ເພີ່ນ ໄດ້ສົ່ງຈົດຫມາຍອວຍພອນບຸນປີໃໝ່ລາວ ພສ. 2566 ໂດຍເນື້ອໃນສານໄດ້ກ່າວວ່າ:

“ຕາງໜ້າປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງສະຫາຍ ທີ່ໄດ້ສົ່ງຈົດໝາຍ ແລະ ກະຕ່າດອກໄມ້ທີ່ສວຍສົດງົດງາມ, ເຕັມໄປດ້ວຍຄຳອວຍພອນໄຊອັນປະເສີດ, ໄມຕີຈິດມິດຕະພາບອັນດູດດື່ມ ແລະ ຄວາມສາມັກຄີຮັກແພງຖານສະຫາຍ ອ້າຍນ້ອງ ມາຍັງຂ້າພະເຈົ້າ ແລະ ປະຊາຊົນລາວບັນດາເຜົ່າ ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ ລາວ ພສ. 2566.

ການສະເຫຼີມສະຫຼອງບຸນປີໃໝ່ ຂອງປະຊາຊົນລາວ ໃນປີນີ້ແມ່ນມີບັນຍາກາດເບີກບານມ່ວນຊື່ນເປັນພິເສດ ເນື່ອງຈາກໄດ້ຕ້ອນຮັບ ສະຫາຍ ປະທານປະເທດ ມາຢ້ຽມຢາມ ຢ່າງເປັນທາງການ ໃນໂອກາດດັ່ງກ່າວ ແລະ ສະຫາຍຍັງໄດ້ພ້ອມກັບຂ້າພະເຈົ້າເຂົ້າຮ່ວມໃນພິທີບາສີສູ່ຂວັນອັນເປັນສິລິມຸງຄຸນ ເພື່ອອວຍພອນປີໃໝ່ເຊິ່ງກັນ ແລະ ກັນ,  ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາເຖິງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງສອງປະເທດພວກເຮົາ.

ຂ້າພະເຈົ້າມີຄວາມພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ນັບມື້ນັບໄດ້ຮັບການພັດທະນາສູ່ລະດັບສູງອັນໃໝ່ ແລະ ມີຄວາມຍິນດີທີ່ຈະຮ່ວມກັບ ສະຫາຍ ພ້ອມດ້ວຍບັນດາການນຳຂອງສອງປະເທດ ແລະ ປະຊາຊົນສອງຊາດ ສືບຕໍ່ອອກແຮງເພີ່ມພູນຄູນສ້າງສາຍພົວພັນອັນດີງາມດັ່ງກ່າວໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ເພື່ອຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນສອງຊາດພວກເຮົາ ແລະ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍບັນດາການນຳຂອງ ຫວຽດນາມ ຈົ່ງປະສົບຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການສືບຕໍ່ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງໜັກແໜ້ນ ເພື່ອບັນລຸເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ ແລະ ສີວິໄລຮຸ່ງເຮືອງ.

ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ພ້ອມດ້ວຍພັນລະຍາ ແລະ ຄອບຄົວຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະການ”.

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ