ທ່ານປະທານປະເທດ ສົ່ງສານອວຍພອນວັນຊາດ ເຖິງ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານປະທານປະເທດ ສົ່ງສານອວຍພອນວັນຊາດ ເຖິງ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ໃນວັນທີ 17 ພຶດສະພາ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານຊົມເຊີຍ ເຖິງ ສົມເດັດ ພະຣາຊາ ຮາຣາດ ທີ V ແຫ່ງ ຣາຊະອານາຈັກ ນອກ​ແວ ເນື່ອງໃນໂອກາດວັນຊາດ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ນອກ​ແວ ໂດຍເນື້ອໃນສານໄດ້ກ່າວວ່າ:

“ໃນ​ນາມ​ປະຊາຊົນ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​     ອັນປະ​ເສີດ ມາ​ຍັງ​ ສົມເດັດ ພະຣາຊາ ແລະ ຜ່ານ​ສົມເດັດ ພະຣາຊາ ໄປ​ຍັງ ​ປະ​ຊາ​ຊົນ ນອກແວ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ຣາຊະອານາຈັກ ນອກແວ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ນອກແວ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງ ປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສົມເດັດ ພະຣາຊາ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງ ພະອົງ ແລະ ຂໍອວຍພອນໃຫ້ປະຊາຊົນນອກແວເພື່ອນມິດ ສືບຕໍ່ມີຄວາມຜາສຸກ ແລະ ວັດທະນະຖາວອນ.         

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ