ທ່ານປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນວັນຊາດ ເຖິງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນວັນຊາດ ເຖິງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້ | ![]() |
ໃນວັນທີ 27 ເມສາ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ມາຕາເມີລາ ຊິຣິວ ຣາມາໂຟຊາ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້ ຄົບຮອບ 29 ປີ ໂດຍເນື້ອໃນສານໄດ້ກ່າວວ່າ:
“ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ອາຟຣິກາໃຕ້ ເພື່ອນມິດ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຟຣິກາໃຕ້ ຄົບຮອບ 29 ປີ.
ຂ້າພະເຈົ້າ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຟຣິກາໃຕ້ ໃນຊຸມປີທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ມີມາແລ້ວນັ້ນ ລະຫວ່າງສອງປະເທດ ພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງ ພະນະທ່ານ ແລະ ຂໍອວຍພອນໃຫ້ ປະຊາຊົນ ອາຟຣິກາໃຕ້ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.”