ທ່ານປະທານປະເທດ ສົ່ງສານເຖິງ ສະຫາຍ ມີເກນ ດີເອັດສ-ກາແນນ ແບຣມູເດັດສ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
Congratulation to new President of CUBA 2023 | ![]() |
ນະຄອນຫຼວງວຽງຈັນ, ວັນທີ 20 ເມສາ 2023
ສະຫາຍ ທີ່ຮັກແພງ,
ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ ອີກສະໄໝໜຶ່ງ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ສະຫາຍ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ໃນການສ້າງສາພັດທະນາ ປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງ ປະຊາຊົນກູບາ ອ້າຍນ້ອງ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ຢືນຢັນຄືນຄວາມໝາຍໝັ້ນທີ່ຈະເຮັດວຽກຢ່າງໃກ້ສິດຮ່ວມກັບ ສະຫາຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີຖານສະຫາຍອ້າຍນ້ອງ ແລະ ການພົວພັນຮ່ວມມື ທີ່ມີໝາກຜົນ ລະຫວ່າງ ສອງປະເທດພວກເຮົາ, ໂດຍສະເພາະແມ່ນ ສືບຕໍ່ຜັນຂະຫຍາຍໝາກຜົນການພົບປະຜ່ານ ວີດີໂອ ທາງໄກ ລະຫວ່າງ ຂ້າພະເຈົ້າ ແລະ ສະຫາຍ ໃນປີ 2022 ທີ່ຜ່ານມາ ໃຫ້ປະກົດຜົນເປັນຈິງ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງມີ ສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງສະຫາຍ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ສະຫາຍ ມີເກນ ດີເອັດສ-ກາແນນ ແບຣມູເດັດສ
ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ
ທີ່ ນະຄອນຫຼວງລາຮາວານ