ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານປະເທດ ຫວຽດນາມ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານປະເທດ ຫວຽດນາມ

ໃນວັນທີ 02 ມີນາ 2023 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົນໃໝ່ ໂດຍເນື້ອໃນສານໄດ້ກ່າວວ່າ:

“ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈມາຍັງ ສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແຫນ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະ  ໄໝວິສາມັນ ຂອງ ສະພາແຫ່ງຊາດ ຫວຽດນາມ ເທື່ອທີ 4 ຊຸດທີ XV ໃນວັນທີ 02 ມີນາ 2023.

ການທີ່ສະຫາຍ ໄດ້ຮັບເລືອກຕັ້ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ສະຫາຍ. ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງສະຫາຍ.

ຂ້າພະເຈົ້າມີຄວາມຍິນດີ ແລະ ພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບ ສະຫາຍ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຂອງພວກເຮົາ ທີ່ມີປະທານ ໂຮ່ຈີມິນ​ ຜູ້ນໍາທີ່ຍິ່ງໃຫຍ່,​ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ ແສນເຄົາລົບຮັກ ຂອງພວກເຮົາ ໄດ້ລິເລີ່ມ ແລະ ໄດ້ຮັບການປົກປັກຮັກສາ,​ ຖະນຸຖະໜອມ ແລະ ເສີມຂະຫຍາຍໂດຍການນໍາຫຼາຍຮຸ່ນຕໍ່ໆມາ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນ.

ຂ້າພະເຈົ້າ ເຊື່ອໜັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນຂອງສະຫາຍ, ສະຫາຍ ຈະຮ່ວມກັບບັນດາສະຫາຍການນໍາ ຫວຽດນາມ ນໍາພາປະເທດຊາດ ແລະ ປະຊາຊົນຫວຽດນາມ ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸຈຸດໝາຍທີ່ໄດ້ກໍານົດໄວ້ ຄື ປະເທດຊາດມັ່ງຄັ່ງເຂັ້ມແຂງ, ມີປະຊາທິປະໄຕ,​ ຍຸຕິທໍາ  ແລະ ສີວິໄລ.

ຂ້າພະເຈົ້າ ຂໍຖືໂອກາດອັນມີຄວາມໝາຍສຳຄັນນີ້ ອວຍພອນໄຊອັນປະເສີດ ມາຍັງສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດສະຫງ່າຂອງສະຫາຍ.

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ຫມັ້ນຄົງຂະໜົງແກ່ນ ຕະຫລອດກາລະນານ.”

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ