ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານາທິບໍດີ ໄຊປຣັດ
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານປະທານປະເທດ ສົ່ງສານຊົມເຊີຍ ເຖິງ ທ່ານປະທານາທິບໍດີ ໄຊປຣັດ | ![]() |
ໃນເດືອນມີນາ 2023 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ນິໂກສ ຄຣິດໂຕດູລິເດສ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດ ເນື່ອງໃນໂອກາດໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດ ໂດຍເນື້ອໃນສານໄດ້ກ່າວວ່າ:
“ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ເນື່ອງໃນໂອກາດ ທີ່ ພະນະທ່ານ ໄດ້ຖືກເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັດ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ແລະ ສາທາລະນະລັດ ໄຊປຣັດ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາທີ່ຍືນຍົງ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດທຸກປະການ ໃນໜ້າທີ່ອັນສູງສົ່ງຂອງພະນະທ່ານ.”