ທ່ານປະທານປະເທດ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານາທິບໍດີ ບູນກາຣີ
ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານປະທານປະເທດ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານາທິບໍດີ ບູນກາຣີ | ![]() |
ໃນວັນທີ 03 ມີນາ 2023 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ຣູເມນ ຣາເດັບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ບູນກາຣີ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ບູນກາຣີ ໂດຍເນື້ອໃນສານໄດ້ກ່າວວ່າ:
“ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ບູນກາຣີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ປະຊາຊົນ ບູນກາຣີ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານທີ່ມີມາ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບູນກາຣີ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງທ່ານ ແລະ ຂໍອວຍພອນໃຫ້ປະຊາຊົນ ບູນກາຣີ ເພື່ອນມິດ ສືບຕໍ່ມີສັນຕິສຸກ ແລະ ວັດທະນະຖາວອນ.”