ທ່ານປະທານປະເທດ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານາທິບໍດີ ບົດສະນີ-ແຮັກເຊໂກວີນາ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານປະທານປະເທດ ສົ່ງສານອວຍພອນວັນຊາດ ເຖິງ ທ່ານປະທານາທິບໍດີ ບົດສະນີ-ແຮັກເຊໂກວີນາ

ໃນວັນທີ 01 ມີນາ 2023 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານອວຍພອນວັນຊາດ ເຖິງ ທ່ານ ນາງ ເຊວຈ໌ກາ ຄວີຢາໂນວິກ, ປະທານາທິບໍດີ ແຫ່ງ ບົດສະນີ-ແຮັກເຊໂກວີນາ ເນື່ອງໃນໂອກາດວັນຊາດ ແຫ່ງ ບົດສະນີ-ແຮັກເຊໂກວີນາ ໂດຍເນື້ອໃນສານໄດ້ກ່າວວ່າ:

“ເນື່ອງໃນໂອກາດວັນຊາດ ແຫ່ງ ບົດສະນີ-ແຮັກເຊໂກວີນາ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ປະຊາຊົນ ບົດສະນີ-ແຮັກເຊໂກວີນາ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບົດສະນີ-ແຮັກເຊໂກວີນາ ຈະສືບຕໍ່ໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງ ພະນະທ່ານ.”

 

ຂ່າວຫຼ້າສຸດ
ໜັງສືແຈ້ງເຊີນຍື່ນເຈດຈຳນົງຄວາມສົນໃຈສຳລັບການບໍລິການທີ່ປຶກສາ
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ