ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຊົມເຊີຍ ເຖິງ ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຊົມເຊີຍ ເຖິງ ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ

ໃນວັນທີ 26 ມັງກອນ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ເດວິດ ເຮີເລ, ຜູ້ສຳເລັດຣາຊະການ ແຫ່ງ     ເຄືອຈັກກະພົບ ອົດສະຕຣາລີ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ອົດ​ສະ​ຕ​ຣາ​ລີ​ ຄົບ​ຮອບ 235 ປີ, ໂດຍເນື້ອໃນສານໄດ້ກ່າວວ່າ:

“ໃນ​ນາມ​ ປະ​ຊາ​ຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງ ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນໄຊອັນປະເສີດ ມາ​ຍັງ ພະນະ​​ທ່ານ ແລະ ປະຊາຊົນ ອົດສະຕຣາລີ ເພື່ອນມິດ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ອົດ​ສະ​ຕ​ຣາ​ລີ​ ຄົບ​ຮອບ 235 ປີ.

“ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ 7 ທົດສະວັດ ຜ່ານມາ, ສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ເປັນໜຶ່ງໃນສາຍພົວພັນມິດຕະພາບທີ່ຕໍ່ເນື່ອງ ແລະ ຍາວນານ ຊຶ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າໃຈຊຶ່ງກັນ ແລະ ກັນ. ນອກນັ້ນ, ພວກເຮົາໄດ້ເຫັນຢ່າງຈະແຈ້ງເຖິງຄວາມຄືບໜ້າໃນການຍົກລະດັບ ແລະ ການຂະຫຍາຍການຮ່ວມມືສອງຝ່າຍ ໂດຍສະເພາະໃນຂົງເຂດການເມືອງ, ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ກໍຄື ການໄປມາຫາສູ່ລະຫວ່າງປະຊາຊົນສອງປະເທດ. ໃນປີ 2022, ພວກເຮົາໄດ້ຮ່ວມກັນສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ອົດສະຕຣາລີ ຄົບຮອບ 70 ປີ ດ້ວຍຫຼາຍກິດຈະກໍາທີ່ມີເນື້ອໃນເລິກເຊິ່ງ ແລະ ມີບັນຍາກາດຄຶກຄື້ນ, ເຊິ່ງເປັນຂີດໝາຍສຳຄັນຢ່າງຍິ່ງ ທາງດ້ານປະຫວັດສາດການພົວພັນມິດຕະພາບລະຫວ່າງສອງປະເທດພວກເຮົາ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ,   ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ຂໍອວຍພອນໃຫ້ປະຊາຊົນ       ອົດສະຕຣາລີ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

 

ຂ່າວຫຼ້າສຸດ
ປະກາດຮັບສະໝັກ ສອບເສັງເອົາລັດຖະກອນໃໝ່ ປະຈຳປີ 2023
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ