ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຊົມເຊີຍ ເຖິງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຊົມເຊີຍ ເຖິງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ

ໃນວັນທີ 26 ມັງກອນ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ນາງ ດຣໍປາດິ ມູ່ມູ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນເດຍ ຄົບຮອບ 73 ປີ,     ໂດຍເນື້ອໃນສານໄດ້ກ່າວວ່າ:

“ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນອິນເດຍ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນເດຍ ຄົບຮອບ 73 ປີ.

 ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຕະຫຼອດໄລຍະຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືອັນມີໝາກຜົນ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະ ໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ   ໃນພາກພື້ນ ແລະ ໃນໂລກ.”

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ,    ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງຂອງ ພະນະທ່ານ ແລະ ຂໍອວຍພອນໃຫ້ ປະຊາຊົນອິນເດຍ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.”

 

ຂ່າວຫຼ້າສຸດ
ປະກາດຮັບສະໝັກ ສອບເສັງເອົາລັດຖະກອນໃໝ່ ປະຈຳປີ 2023
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ