ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຕອບຂອບໃຈ ເຖິງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ | ![]() |
ໃນວັນທີ 16 ມັງກອນ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຕອບຂອບໃຈ ເຖິງ ທ່ານ ເຟີດີນານ ໂຣມູນເດັດສ໌ ມາກ໋ອດ ຈູເນຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ເນື່ອງໃນໂອກາດທີ່ເພິ່ນໄດ້ສົ່ງສານອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ໂດຍເນື້ອໃນສານໄດ້ກ່າວວ່າ:
“ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພະນະທ່ານ ທີ່ໄດ້ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຂ້າພະເຈົ້າ, ລັດຖະບານ ແລະ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນ ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງໃນຊຸມປີທີ່ຜ່ານມາ. ໂດຍສະເພາະ ໃນການຕ້ານການແຜ່ລະບາດຂອງ ພະຍາດໂຄວິດ - 19 ແລະ ການຟື້ນຟູເສດຖະກິດ ຮ່ວມກັນພາຍຫຼັງການແຜ່ລະບາດດັ່ງກ່າວ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແລ້ວນັ້ນ ຈະໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ ແລະ ອວຍພອນໃຫ້ ປະຊາຊົນ ຟິລິບປິນ ເພື່ອນມິດ ຈົ່ງສືບຕໍ່ກ້າວໜ້າ ແລະ ວັດທະນະຖາວອນ.”