ທ່ານຮອງປະທານປະເທດ ບຸນທອງ ຈິດມະນີ ສົ່ງສານອວຍພອນປີໃຫມ່ປະຈຳຊາດຫວຽດນາມ ເຖິງ ທ່ານຮັກສາການປະທານປະເທດ ແຫ່ງ ສສ ຫວຽດນາມ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານຮອງປະທານປະເທດ ບຸນທອງ ຈິດມະນີ ສົ່ງສານອວຍພອນປີໃຫມ່ປະຈຳຊາດຫວຽດນາມ ເຖິງ ທ່ານຮັກສາການປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 20 ມັງກອນ 2023 ທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ທ່ານ ນາງ ຫວໍ ທິ ແອັງ ຊວນ, ຮັກສາການປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດປີໃໝ່ປະຈໍາຊາດຫວຽດນາມ ໂດຍເນື້ອໃນສານໄດ້ກ່າວວ່າ:

"​​​​ເນື່ອງໃນໂອກາດປີໃໝ່ປະຈໍາຊາດຫວຽດນາມ ປີແມວ ທີ່ຈະມາເຖິງ ນີ້, ໃນນາມປະຊາຊົນລາວ  ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງ ສະ ຫາຍ, ການນຳຂັ້ນສູງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມພາກພູມໃຈ ທີ່ເຫັນວ່າ ປະຊາຊົນຫວຽດນາມອ້າຍນ້ອງ ພວມເບີກບານມ່ວນຊື່ນຕ້ອນຮັບປີໃໝ່ຂອງຕົນ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ສໍາຄັນຮອບດ້ານ ໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ກໍ່ຄືພາ​ລະ​ກິດ​ປ່ຽນ​ແປງ​ໃໝ່.

ຄຽງຄູ່ກັນນັ້ນ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນຮ່ວມມືທີ່ສະໜິດແໜ້ນ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ພວກເຮົາ ນັບມື້ຍິ່ງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ທັງມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດເປັນຮູບປະທຳໃນທຸກຂົງເຂດວຽກງານ, ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ພ້ອມດຽວກັນນັ້ນ, ຂ້າພະເຈົ້າ ຕີລາຄາສູງຕໍ່ຄວາມໝາຍໝັ້ນ ທີ່ສະເໝີຕົ້ນສະເໝີປາຍຂອງການນໍາພັກ-ລັດ ກໍ່ຄືປະຊາຊົນຫວຽດນາມອ້າຍນ້ອງ ແລະ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃນພາລະກິດປະຕິວັດ ຂອງປະຊາຊົນລາວພວກຂ້າພະເຈົ້າຕະຫຼອດມາ.

ໃນໂອກາດອັນເປັນສິລິມຸງຄຸນນີ້, ຕາງໜ້າການນໍາພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ຂ້າພະເຈົ້າ ຂໍອວຍພອນຢ່າງຈິງໃຈ ມາ​ຍັງການນໍາພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນ”.

 

ຂ່າວຫຼ້າສຸດ
ປະກາດຮັບສະໝັກ ສອບເສັງເອົາລັດຖະກອນໃໝ່ ປະຈຳປີ 2023
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ