ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານຮອງປະທານປະເທດ ປານີ ຢາທໍ່ຕູ້ ສົ່ງສານອວຍພອນປີໃຫມ່ປະຈຳຊາດຫວຽດນາມ ເຖິງ ທ່ານຮັກສາການປະທານປະເທດ ແຫ່ງ ສສ ຫວຽດນາມ | ![]() |
ໃນວັນທີ 20 ມັງກອນ 2023 ທ່ານ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ ນາງ ຫວໍ ທິ ແອັງ ຊວນ, ຮັກສາການປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເນື່ອງໃນໂອກາດປີໃໝ່ປະຈໍາຊາດຫວຽດນາມ ໂດຍເນື້ອໃນສານໄດ້ກ່າວວ່າ:
“ເນື່ອງໃນໂອກາດວັນຂຶ້ນປີໃໝ່ປະຈໍາຊາດຫວຽດນາມ ປີແມວ ທີ່ຈະມາເຖິງນີ້, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງການນໍາຂັ້ນສູງພັກ, ລັດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານທີ່ ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມຢ່າງມີໄຊ.
ຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ ແລະ ຫວຽດນາມ ນັບມື້ຍິ່ງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ທັງມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດເປັນຮູບປະທຳໃນທຸກຂົງເຂດວຽກງານຢ່າງບໍ່ຢຸດຢັ້ງ.
ໃນໂອກາດອັນສະຫງ່າລາສີແຫ່ງວັນຂຶ້ນປີໃໝ່ ອັນເປັນສິລິມຸງຄຸນ ແລະ ໃນໂອກາດທີ່ ສະຫາຍ ໄດ້ຖືກແຕ່ງຕັ້ງໃຫ້ຮັກສາການປະທານປະເທດ ແຫ່ງ ສສ ຫວຽດນາມ, ຂ້າພະເຈົ້າ ຂໍສະເເດງຄວາມຊົມເຊີຍ ແລະ ສົ່ງຄໍາອວຍພອນຢ່າງຈິງໃຈ ມາຍັງສະຫາຍ ການນໍາພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ”.