ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຊົມເຊີຍ ເຖິງ ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ


ໄຟລ໌ແນບ (s):
​ຫົວ​ຂໍ້ ດາວ​ໂຫຼດ
ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຊົມເຊີຍ ເຖິງ ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດ

ໃນວັນທີ 03 ມັງກອນ 2023 ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ທ່ານ ອາແລັງ ແບກເຊ, ປະທານາທິບໍດີ ແຫ່ງ    ສະມາພັນທະລັດ ສະວິດ, ລັດຖະມົນຕີກະຊວງພາຍໃນ ເນື່ອງໃນໂອກາດທີ່ທ່ານ ຖືກເລືອກຕັ້ງໃຫ້ດໍາລົງຕໍາ    ແໜ່ງ ປະທານາທິບໍດີ ແຫ່ງ ສະທາພັນທະລັດ ສະວິດ ອີກສະໄໝໝຶ່ງ ໂດຍເນື້ອໃນສານໄດ້ກ່າວວ່າ:

“ໃນນາມ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າ​ພະ​ເຈົ້າ ຂໍສະແດງຄວາມຍິນດີ ແລະ ສົ່ງ​ຄຳ​ຊົມເຊີຍຢ່າງຈິງໃຈ ​ມາ​ຍັງ​ ພະ​ນະ​ທ່ານເນື່ອງ​ໃນ​ໂອ​ກາດທີ່ ພະນະທ່ານ ໄດ້ຮັບການເລືອກ​ຕັ້ງໃຫ້ດຳລົງຕຳ    ແໜ່ງເປັນ ປະທານທິບໍດີ ແຫ່ງ ສະມາພັນທະລັດສະວິດ ອີກສະໄໝໜຶ່ງ.

      ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍບົດຮຽນ ແລະ ປະສົບການອັນອຸດົມສົມບູນແຫ່ງການນຳພາ ຂອງ ພະນະທ່ານ, ສະມາພັນທະລັດສະວິດ ຈະສືບຕໍ່ໄດ້ຮັບການພັດທະນາ ໃຫ້ຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ເຮັດວຽກຮ່ວມກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງ​ມີ​ສຸຂະພາບແຂງແຮງ,      ມີຄວາມຜາສຸກ, ປະ​ສົບ​ຜົນ​ສຳ​ເລັດທຸກປະການ ໃນ​ໜ້າ​ທີ່​ອັນ​ສູງ​ສົ່ງ​ຂອງ​ພະ​ນະທ່ານ ແລະ ປະຊາຊົນ ສະ​ວິດ ເພື່ອນມິດ ສືບຕໍ່ມີສັນຕິສຸກ ແລະ ວັດຖະນະຖາວອນ.”

 

ຂ່າວຫຼ້າສຸດ
ປະກາດຮັບສະໝັກ ສອບເສັງເອົາລັດຖະກອນໃໝ່ ປະຈຳປີ 2023
ຂໍ້ມູນຕິດຕໍ່ພົວພັນ
ຈຳນວນຜູ້ເຂົ້າຊົມ