ໄຟລ໌ແນບ (s): | |
---|---|
ຫົວຂໍ້ | ດາວໂຫຼດ |
ທ່ານ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານຕອບຂອບໃຈ ເຖິງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ບໍລີວາຣຽນ ເວເນຊູເອລາ | ![]() |
ໃນວັນທີ 09 ມັງກອນ 2023, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຕອບຂອບໃຈ ເຖິງ ທ່ານ ນິໂກລັກສ ໂມໂຣດສ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ບໍລີວາຣຽນ ເວເນຊູເອລາ ເນື່ອງໃນໂອກາດທີ່ເພິ່ນໄດ້ສົ່ງສານອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ ໂດຍເນື້ອໃນສານໄດ້ກ່າວວ່າ:
“ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ບໍລີວາຣຽນ ເວເນຊູເອລາ ຕໍ່ຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຂ້າພະເຈົ້າ, ລັດຖະບານ ແລະ ປະຊາຊົນລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ບົນພື້ນຖານ ຄວາມເຂົ້າອົກເຂົ້າໃຈກັນ, ຄວາມສາມັກຄີຮັກແພງ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີຢູ່ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດ ແໜ້ນ ແລະ ເສີມຂະຫຍາຍສູ່ລະດັບສູງຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມຍຸດຕິທໍາ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດທຸກປະການໃນໜ້າທີ່ອັນມີກຽດຂອງທ່ານ ແລະ ປະຊາຊົນ ບໍລີວາຣຽນ ເວເນຊູເອລາ ທຸກຖ້ວນໜ້າ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.”